ດ່ວນ!.. ແຈ້ງ ປັບລາຄານ້ຳມັນ​ຂື້ນອີກແລ້ວ

ແຈ້ງປັບຂື້ນລາຄານ້ຳມັນ ເລິ່ມປະຕິບັດ 06:00 ຂອງວັນທີ 17/06/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0759/ອຄ ລົງວັນທີ 16 ມຖ 2022

🔥​ປັດຈຸບັນ, ລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ຍັງມີການປັບຂຶ້ນສູງ ໂດຍການຕິດຕາມລາຄາສະເລ່ຍແຕ່ວັນທີ 16 ມິຖຸນາ 2022 ເຫັນວ່າ

ລາຄາສະເລ່ຍນໍ້າມັນແອັດຊັງພິເສດ ແມ່ນ 153,12 ໂດລາສະຫະລັດຕໍ່ບາເຣວ (1,0380 ໂດລາຕໍ່ລິດ), ນໍ້າມັນແອັດຊັງທໍາມະດາ ແມ່ນ 147,64 ໂດລາສະຫະລັດຕໍ່ບາເຣວ (0,9986 ໂດລາຕໍ່ລິດ) ແລະ ກາຊວນແມ່ນ 168,16 ໂດລາສະຫະລັດຕໍ່ບາເຣວ (1,0576 ໂດລາຕໍ່ລິດ).

ນອກຈາກນັ້ນ ຍັງເຫັນວ່າ ລາຄານໍ້າມັນກາຊວນ ສູງກວ່າລາຄານໍ້າມັນແອັດຊັງທໍາມະດາ ຫຼາຍສົມຄວນ ແລະ ເມື່ອສົມທຽບກັບລາຄາທີ່ຈັດຕັ້ງປະຕິບັດຄັ້ງວັນທີ 15 ມິຖຸນາ 2022 ຜ່ານມາ

ດັ່ງນັ້ນ, ໃນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຄັ້ງວັນທີ 16 ມິຖຸນາ 2022 ໄດ້ມີທິດຊີ້ນໍາເຫັນດີ ໃຫ້ລັດຖະບານ ປັບຫຼຸດອາກອນຊົມໃຊ້ນໍ້າມັນແອັດຊັງທໍາມະດາ ແລະ ອາກອນຊົມໃຊ້ນໍ້າມັນກາຊວນລົງ.

ນອກຈາກນັ້ນ, ລັດຖະບານ ຍັງມີທິດຊີ້ນໍາໃຫ້ປັບຫຼຸດອັດຕາຄວາມສ່ຽງຄືນໃໝ່ ເພື່ອບໍ່ໃຫ້ລາຄາຂາຍຍ່ອຍສູງເກີນໄປ ເຊີ່ງຈະສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດ ກໍຄືກະທົບຕໍ່ພໍ່ແມ່ປະຊາຊົນ ໂດຍສະເພາະໄລຍະນີ້ ແມ່ນເປັນລະດູການປູກຝັງ ຈຶ່ງເຮັດໃຫ້ລາຄາຂາຍຍ່ອຍທີ່ຈັດຕັ້ງປະບັດຄັ້ງວັນທີ 16 ມິຖຸນາ 2022 ນີ້

ລາຄານໍ້າມັນແອັດຊັງພິເສດ ປັບລົງ 150 ກີບຕໍ່ລິດ ຫຼື 0,54 %; ລາຄານໍ້າມັນແອັດຊັງທໍາມະດາ ປັບລົງ 2.060 ກີບຕໍ່ລິດ ຫຼື 9,41 % ແລະ ລາຄານໍ້າມັນກາຊວນ ປັບລົງ 920 ກີບຕໍ່ລິດ ຫຼື 4,52 %.

ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ຍານພາຫະນະ ຫຼື ຫັນໄປໃຊ້ຍານພາຫະນະທາງເລືອກ; ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍ ໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ

ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ໃນໄລຍະລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ. ຫາກພົບເຫັນ ການສວຍໂອກາດຂຶ້ນລາຄາສິນຄ້າ ທ່ານສາມາດ ໂທແຈ້ງສາຍດ່ວນ 1510.

ບົດຂ່າວ: ກົມການຄ້າພາຍໃນ

Leave a Reply

Your email address will not be published. Required fields are marked *

Back to top button