ດ່ວນ! ການລະບາດໃນຊຸມສະຫວັນນະເຂດກວມແລ້ວ 24 ບ້ານ ເຈົ້າແຂວງອອກ 8 ຂໍ້ຫ້າມຕ້ອງປະຕິບັດ

ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19 ໃນຊຸມຊົນ ຂອງນະຄອນໄກສອນພົມວິຫານ ນັບແຕ່ວັນ ທີ 2 ສິງຫາ 2021 ມາເຖິງປະຈຸບັນນີ້ໄດ້ກວມເອົາ 24 ບ້ານແລ້ວ ສະພາບການລະບາດຂອງພະຍາດດັ່ງກ່າວ ແມ່ນຍັງບໍ່ສາມາດຢູ່ໃນການຄວບຄຸມໄດ້ ແລະ ມີທ່າອ່ຽງເພີ່ມຂື້ນໃນແຕ່ລະວັນ ແລະ ເປັນປັດໃຈສ່ຽງສູງຕໍ່ການແຜ່ລະບາດອອກໄປສູ່ວົງກວ້າງພາຍໃນນະຄອນໄກສອນພົມວິຫານ ແລະ ເມືອງອ້ອມຂ້າງເຈົ້າແຂວງຈິ່ງອອກແຈ້ງການດ່ວນໃຫ້ປະຊາຊົນຮ່ວມປະຕິບັດ ໃນນັ້ນມີ 8 ຂໍ້ຫ້າມດັ່ງນີ້:

1 ຫ້າມບຸກຄົນເດີນທາງເຂົ້າອອກທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດຂອງຄະນະສະພາະກິດແຂວງ ຍົກເວັ້ນຜູ້ທີ່ໄດ້ຮັບການອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງດ້ວຍເງື່ອນໄຂ ແລະ ເຫດຜົນທີ່ຈໍາເປັນເຊັ່ນ: ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ໄປໂຮງຫມໍ, ໄປ ຮັບວັກຊິນ, ການເຈັບເປັນ, ເສຍຊີວິດ, ການໄປກວດຕົວຢ່າງຊອກເຊື້ອໂຄວິດ-19 ໃນຈຸດບໍລິການທີ່ກໍານົດໄວ້;
2 ຫ້າມສັນຈອນໄປມາພາຍໃນນະຄອນໄກສອນພົມວິຫານ ຫຼັງຈາກເວລາ 20:00 ໂມງແລງ ຂອງແຕ່ລະວັນ-ໄປ ຈົນເຖິງເວລາ 05:00 ໂມງເຊົ້າ ຂອງວັນຖັດໄປ, ຍົກເວັ້ນກໍລະນີເຈັບເປັນ ແລະ ເສຍຊີວິດ;

[“]

3 ຫ້າມບຸກຄົນທີ່ສໍາຜັດໃກ້ສິດຜູ້ຕິດເຊື້ອທີ່ຢູ່ໃນໄລຍະກັກກັນບໍ່ຄົບ 14 ວັນເດີນທາງໄປຕ່າງບ້ານ, ຕ່າງເມືອງ ແລະ ຕ່າງແຂວງຢ່າງເດັດຂາດ;
4 ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ ຫຼື ກິດະກໍາ ແລະ ງານບຸນປະເພນີຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ ໃນກໍລະນີທີ່ຈໍາເປັນຈັດກິດຈະກໍາໃດຫນຶ່ງ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ຕ້ອງ ປະຕິບັດຕາມສະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຫ້າມກິນດື່ມຊຸມແຊວທີ່ມີທາດເຫຼົ້າທຸກປະເທດໃນສະຖານທີ່ຕ່າງໆລວມທັງພາຍໃນເຮືອນ;
5 ສືບຕໍ່ໂຈະການຮຽນ-ການສອນຊົ່ວຄາວຂອງມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລພາກລັດ ແລະເອກະຊົນ, ອາຊີວະສຶກສາ, ໂຮງຮຽນສຶກສາສົງ, ໂຮງຮຽນ (ມັດທະຍົມຕົ້ນ, ມັດທະຍົມ, ປະຖົມ, ອະນຸບານ ລ້ຽງເດັກ) ໃນຂອບເຂດທົ່ວນະຄອນໄກສອນພົມວິຫານ.

6 ໃຫ້ສືບຕໍ່ປິດກິດຈະການຊົ່ວຄາວໃນຂອບເຂດນະຄອນໄກສອນພົມວິຫານເຊັ່ນ: ການບໍລິການຫ້ອງກວດພະຍາດເອກະຊົນທຸກປະເພດ, ຮ້ານຂາຍຄໍ, ຮ້ານແລກປ່ຽນເງິນຕາ, ຮ້ານຂາຍເຄື່ອງໄຟຟ້າເຄື່ອງກໍ່ສ້າງ, ຮ້ານຂາຍໂທລະ ສັບ, ຮ້ານຂາຍເຄື່ອງອຸປະກອນຫ້ອງການ, ຮ້ານມິນິມາກ, ຮ້ານຊູບເປີມາເກັດໄອເຕັກ, ຮ້ານກິນດື່ມ-ຍີງແກ້ມ, ຮ້ານກາເຟ, ຮ້ານຄາລາໂອເກະ, ຮ້ານບໍລິການນວດ, ຮ້ານຮົມຢາ, ຮ້ານສະປາ, ຮ້ານບັນເທິງ, ຄາສິໂນ, ຊີສອດ, ສວນນ້ໍາ, ສະຖານທີ່ທ່ອງທ່ຽວຕ່າງໆ, ຮ້ານເກມອອນລາຍ ຕະຫຼາດກາງຄືນ, ຮ້ານເສີມສວຍ, ຮ້ານຕັດຜິ້ມ, ຮ້ານ ຂາຍເສື້ອຜ້າ, ທຸລະກິດການບໍລິການຂົນສົ່ງອາຫານທຸກປະເພດ (Food panda, ແຄນດີ ແລະ ບໍລິການສົ່ງອາ ຫານສ່ວນບຸກຄົນ) ລວມທັງສະຖານທີ່ອອກກໍາລັງກາຍທຸກປະເພດທີ່ມີການສໍາພັດກັ້ນ ແລະ ກິລາໃນສະຫນາມເມທຸກປະເພດ;

7 ຫ້າມບັນດາບຸກຄົນ ແລະ ນິຕິບຸກຄົນ ກັກຕູນ ແລະ ຂຶ້ນລາຄາສິນຄ້າທຸກປະເພດເປັນຕົ້ນ: ຜ້າປິດປາກ-ດັ່ງ, ນ້ໍາປາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ໍາດື່ມ ແລະ ເຄື່ອງອຸປະໂພກ-ບໍລິໂພກອື່ນໆ;
8 ສືບຕໍ່ໂຈະການຂົນສົ່ງໂດຍສານລະຫວ່າງນະຄອນໄກສອນພົມວິຫານກັບບັນດາເມືອງຕ່າງໆໃນທົ່ວແຂວງ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ

Leave a Reply

Your email address will not be published. Required fields are marked *

Back to top button