ຫຼວງພະບາງເປັນແບບຢ່າງນຳໜ້າ ພວກເຈົ້າຫຍັງພາກັນຄິດຫຍັງຢູ່ຂີ່ລະແມ້ລົດຖີບຫັ້ນ

ການຂີ່ລົດຖີບບໍ່ຖືແມ່ນເລື່ອງໜ້າອາຍເລີຍ ແຕ່ຄົນລາວເຮົາມັກສະບາຍບໍ່ນິຍົມຂີ່ເພາະຄົນຈະຊ່ວງຊີງກັນຂີ່ລົດໃຫຍ່ ບາດວ່າບາງປະເທດຄື ຈີນ, ຍີ່ປຸ່ນ ເກົາຫຼີ ເຂົາພັດມັກປັ່ນລົດຖີບເຖິງແມ່ນຈະເປັນຮອດຊັ້ນຜູ້ໃຫຍ່ແຕ່ການຂີ່ລົດຖີບເປັນເລື່ອງທຳມະດາຂອງເພິ່ນ

ນອກຈາກຂີ່ລົດຖີບແລ້ວຍັງມັກຍ່າງໄປໄກໆຫຼາຍກິໂລແມັດອີກ ເຊິ່ງນັ້ນນອກຈາກຈະຊ່ວຍຫຼຸດໂລກຮ້ອນແລ້ວຍັງເຮັດໃຫ້ສຸຂະພາບແຂງແຮງອີກ.

ທີ່ເວົ້າມາບໍແມ່ນສຽດສີເດີ້ ແຕ່ຢາກໃຫ້ຄົນລາວເຮົາຫັນມາໃສ່ໃຈສຸຂະພາບ ບໍ່ໃກ້ຍ່າງເອົາ ບ່ອນບໍ່ໄກຫຼາຍປັ່ນລົດຖີບໄດ້ຫໍ່ຂີ່ລົດຖີບໄປວຽກໄປການ ຊ່ວຍປະຢັດໄດ້ດີ ສຳລັບເສດຖະກິດແບບນີ້.

ເບິ່ງແຕ່ຫຼວງພະບາງພະນັກງານ ທີມຖີບລົດເພື່ອສຸຂະພາບ ແຂວງຫຼວງພະບາງ ພ້ອມພາກັນຖີບລົດໄປວຽກ ໃນກິດຈະກຳ Bikelikeaboss ຂີ່ລົດຖີບໄປວຽກກັນເນາະ!

ສະຫະພາບເອີຣົບ (European Union in Laos) ຮ່ວມສົ່ງເສີມການຮັກສາສິ່ງແວດລ້ອມ ໃນແຄມເປນ bikelikeaboss ໜຶ່ງໃນໂຄງການ One Health (ສຸຂະພາບໜຶ່ງດຽວ) ທີ່ເອົາໃຈໃສ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.


ມາຮ່ວມຫຼິ້ນ Challenge ນໍາກັນເພື່ອໃຫ້ຄົນສ່ວນໃຫຍ່ໃສ່ໃຈ ແລະຮູ້ຊຶ້ງເຖິງພາວະໂລກຮ້ອນ ໂດຍເລີ່ມຕົ້ນງ່າຍໆທີ່ໂຕທ່ານເອງ.
ພ້ອມທີ່ຈະຂີ່ລົດຖີບໄປເຮັດວຽກພ້ອມກັນແລ້ວບໍ່ ? ຖ້າທ່ານຄິດວ່າບໍ່ຮູ້ຈະເລີ່ມມື້ໃດດີ ມາເລີ່ມພ້ອມກັນ ວັນທີ 13 ມິຖຸນາ 2022 ນີ້ເດີ້!

Leave a Reply

Your email address will not be published. Required fields are marked *

Back to top button