ສະຫວັນນະເຂດ! ຊີ້ແຈງບັນຫານໍ້າມັນຂາດປໍ້າ ຍ້ອນມີການຂາຍນໍ້າມັນແບບເປັນແກ້ວ.

ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ເລື່ອງນໍ້າມັນມີລາຄາສູງຂຶ້ນ ແລະ ບາງປໍ້າແມ່ນຂາດນໍ້າມັນ ເປັນຕົ້ນປະເພດ ນໍ້າມັນແອັດຊັງນັ້ນ ແມ່ນມີຄວາມຈິງແທ້.

ເນື່ອງຈາກບັນຫາຄວາມຂັດແຍ່ງ ຂອງປະເທດທີ່ຜະລິດນໍ້າມັນລາຍໃຫຍ່ ທີ່ສົ່ງອອກທົ່ວໂລກຜະລິດໜ້ອຍລົງ, ເຮັດໃຫ້ລາຄານໍ້າມັນດິບ ໃນຕະຫຼາດໂລກມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ, ອັດຕາຄ່າແລກປ່ຽນເງິນຕາເໜັງຕີງ ໃນແຕ່ລະວັນ ຈຶ່ງເຮັດໃຫ້ບັນຫາຄ່າຄອງຊີບ ກໍ່ຄືຄ່ານໍ້າມັນເຊື້ອໄຟສູງຂຶ້ນ.

ບັນຫາທີ່ສັງຄົມໃຫ້ຄວາມສົນໃຈອີກດ້ານໜຶ່ງແມ່ນ ການຂາຍນໍ້າມັນແບບເປັນແກ້ວ ເປັນຈຸດຕາມແຄມທາງ ແລະ ມີລາຄາທີ່ສູງນັ້ນ ທາງໜ່ວຍວິຊາສະເພາະຂອງພະແນກ

ອຸດສາຫະກໍາແລະການຄ້າແຂວງ ກໍໄດ້ລົງຕິດຕາມ ແລະ ແກ້ໄຂໄປຕາມຂັ້ນຕອນເປັນທີ່ຮຽບຮ້ອຍແລ້ວ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນສະພາບທີ່ເປັນຢູ່ໃນປັດຈຸບັນ.

ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ວິທະຍຸກະຈາຍສຽງ ຂອງພວກເຮົາວ່າ:

ເລື່ອງນໍ້າມັນມີລາຄາສູງຂຶ້ນ ແລະບາງປໍ້າ ແມ່ນຂາດນໍ້າມັນ ເປັນຕົ້ນປະເພດ ນໍ້າມັນແອັດຊັງນັ້ນ ແມ່ນມີຄວາມຈິງແທ້ ເນື່ອງຈາກ ບັນຫາຄວາມຂັດແຍ່ງ ຂອງປະເທດທີ່ຜະລິດນໍ້າມັນລາຍໃຫຍ່ ທີ່ສົ່ງອອກທົ່ວໂລກຜະລິດໜ້ອຍລົງ,ເຮັດໃຫ້ລາຄານໍ້າມັນດິບ ໃນຕະຫຼາດໂລກມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ,

ເຊິ່ງເຮັດໃຫ້ປະເທດທີ່ນໍາເຂົ້ານໍ້າມັນ ໄດ້ຮັບຜົນກະທົບ, ອັດຕາຄ່າແລກປ່ຽນເງິນຕາເໜັງຕີງ ໃນແຕ່ລະວັນ,ຈຶ່ງເຮັດໃຫ້ບັນຫາຄ່າຄອງຊີບ ກໍ່ຄືຄ່ານໍ້າມັນເຊື້ອໄຟສູງຂຶ້ນ ເຊິ່ງເປັນບັນຫາຫຼັກທີ່ຈະຕ້ອງ ແກ້ໄຂຢ່າງຮີບດ່ວນ,ການນໍາເຂົ້າສິນຄ້າຈາກຕ່າງປະເທດມີຈຳນວນຫຼາຍຂຶ້ນ,

ສົ່ງຜົນໃຫ້ມີຄວາມຕ້ອງການເງິນຕາຕ່າງປະເທດ ເປັນຈຳນວນຫຼາຍ ໃນການຊໍາລະສະສາງ ເມື່ອມີຄວາມຕ້ອງການເງິນຕາສູງ ເງິນຕາຕ່າງປະເທດກໍ່ຈະແຂງຄ່າຂຶ້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ,ອີກດ້ານໜຶ່ງແຫຼ່ງເງິນຕາຕາປະເທດ ໂດຍສະເພາະ ເງິນໂດລາ ທີ່ສະໜອງໃຫ້ແກ່ພາກທຸລະກິດ

ໃນການຊື້ນໍ້າມັນເຂົ້າມາຈໍາໜ່າຍ ບໍ່ທ່ວງທັນຕາມຄວາມຕ້ອງການ ຈຶ່ງສົ່ງຜົນກະທົບ ຕໍ່ການນໍາເຂົ້າ ນໍ້າມັນເຊື້ອໄຟ ບໍ່ພຽງພໍ ກັບຄວາມຕ້ອງການຂອງສັງຄົມ ແລະບັນຫາສຸດທ້າຍ ແມ່ນການນໍາເຂົ້ານໍ້າມັນເຊື້ອໄຟມີຈໍານວນຫຼຸດລົງ ແຕ່ຄວາມຕ້ອງການຊົມໃຊ້ຍັງສູງ. ຕໍ່ບັນຫາທີ່ສັງຄົມໃຫ້ຄວາມສົນໃຈອີກດ້ານໜຶ່ງ ແມ່ນການຂາຍນໍ້າມັນ

ແບບເປັນແກ້ວ ເປັນຈຸດຕາມແຄມທາງ ແລະມີລາຄາທີ່ສູງນັ້ນ ທາງໜ່ວຍວິຊາສະເພາະຂອງພະແນກ ອຸດສາຫະກໍາແລະການຄ້າແຂວງ ໄດ້ລົງຕິດຕາມແລະແກ້ໄຂໄປຕາມຂັ້ນຕອນແລ້ວ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນສະພາບທີ່ເປັນຢູ່ໃນປັດຈຸບັນ.

ສ່ວນ ທ່ານ ປະດິດສິນ ຣາຊະມົນຕຼີ ຫົວໜ້າລັດວິສາຫະກິດ ນໍ້າມັນ ເຊື້ອໄຟລາວ ສາຂາ ແຂວງສະຫວັນນະເຂດ ຍັງແຈ້ງໃຫ້ຮູ້ຕື່ມອີກວ່າ ການນໍາເຂົ້ານໍ້າມັນ ເຊື້ອໄຟໃນແຕ່ລະເດືອນ ແມ່ນຫຼຸດລົງຫຼາຍ ເຊິ່ງໃນເດືອນກຸມພາ ຕໍ່ເດືອນມີນາ ການນໍາເຂົ້າຫຼຸດລົງ 18% ແລະ ມາຮອດເດືອນເມສາ ຫຼຸດລົງ ເຖິງ 24%.

ທີ່ມາ: Media Laos

Leave a Reply

Your email address will not be published. Required fields are marked *

Back to top button