ພິທີເປີດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ

ວັນທີ 7 ມີຖຸນາ 2022 ນີ້ ຢູ່ທີ່ແຂວງຫົວພັນ ໄດ້ມີພິທີເປີດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ໃນເນື້ອທີ່ 5 ກິໂລຕາແມັດ ແລະ ໂຄງການສຳຫຼວດແຮ່ຫາຍາກ ໃນເນື້ອທີ່ 45 ກິໂລຕາແມັດ ເຂດບ້ານອຸໄທ, ບ້ານສົບຊາຍ ເມືອງຫົວເມືອງ ແລະ

ບ້ານທັບເຜິ້ງ ເມືອງຊໍາເຫນືອ ແຂວງຫົວພັນ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈຳກັດ. ກ່າວເປີດໂດຍ​ ທ່ານ ດາວວົງ ພອນແກ້ວ ລັດຖະມົນກະຊວງພະລັງງານ ແລະ ບໍ່ແຮ່,

ມີທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ-ແຂວງຫົວພັນ,​ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນທ້ອງຖີ່ນ, ປະທານບໍລິສັດ ເຂົ້າຮ່ວມ.ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ:

ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ໃນເນື້ອທີ່ 05 ກິໂລຕາແມັດ ຢູ່ເມືອງຫົວ ເມືອງ ແລະ ເມືອງຊໍາເຫນືອ, ແຂວງຫົວພັນ ແມ່ນມີຄວາມສໍາຄັນຫຼາຍ, ຍ້ອນວ່າ: ໂຄງການນີ້ແມ່ນໂຄງການພັດທະນາອຸດສາຫະກໍາບໍ່ແຮ່ ທີ່ມີລັກສະນະຍຸດທະສາດ ແລະ

ຖືກກໍານົດໄວ້ ໃນແຜນຍຸດທະສາດ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີ (2021-2025) ແລະ ຮອດປີ 2030.

ບໍລິສັດ ລາວ-ຈີນ ພັດທະນາ ແຮ່ຫາຍາກ ພາກເຫນືອ (2) ຈໍາກັດ ເປັນວິສາຫະກິດປະສົມ ລະຫວ່າງ ບໍລິສັດ Beijing Platinium World Technology Development Co.,Ltd ແລະ ບໍລິສັດ ຜາແດງຮຸ່ງເຮືອງ ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ຈໍາກັດຜູ້ດຽວ, ໄດ້ເຊັນສັນຍາວ່າ

ດ້ວຍການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຫາຍາກ ແບບທົດລອງ ຄັ້ງວັນທີ 28 ມັງກອນ 2022 ມີອາຍຸ 03 ປີ ຢູ່ເຂດບ້ານອຸໄທ ແລະ ບ້ານສົບຊາຍ, ເມືອງຫົວເມືອງ, ບ້ານທັບເຜິ້ງ, ເມືອງຊໍາເຫນືອ, ໃນເນື້ອທີ່ 500 ເຮັກຕາ.​ ນອກນັ້ນ,​ ບໍລິສັດຍັງໄດ້ມອບຄ່າຊັບພະຍາກອນລ່ວງຫນ້າຈໍານວນ 23.584.000.000 ກີບ ຫຼື 2.000.000 ໂດລາສະຫະລັດ.

ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ໃນເຂດພາກເຫນືອ ແມ່ນໂຄງການຫນຶ່ງ ຊຶ່ງນໍາໃຊ້ເຕັກນິກທີ່ທັນສະໄຫມ, ນໍາໃຊ້ທຶນກໍ່ສ້າງສູງ, ມີລັກສະນະຄົບວົງຈອນ ແລະ ເປັນມິດກັບສິ່ງແວດລ້ອມ ຜົນສໍາເລັດ ໃນການພັດທະນາໂຄງການນີ້ຈະເປັນເງື່ອນໄຂ ແລະ

ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາອຸດສາຫະກໍາບໍ່ແຮ່ ກໍ່ຄືການພັດທະນາເສດຖະກິດ – ສັງຄົມຂອງປະເທດຊາດໃນສະເພາະຫນ້າ ແລະ ຍາວນານ.ທ່ານ ຊິນ ກົວກູຍ (Xin Guokui) ປະທານບໍລິສັດ ລາວ-ຈີນ ພັດທະນາ ແຮ່ຫາຍາກ ພາກ ເໜືອ2 ຈຳກັດ ກ່າວວ່າ:

ໂຄງການຂຸດຄົ້ນທົດລອງແຮ່ຫາຍາກ ໃນເນື້ອທີ່ 5 ກິໂລຕາແມັດ ແລະ ການສໍາຫຼວດແຮ່ຫາຍາກ ໃນເນື້ອທີ່ 45 ກິໂລແມັດ ເຂດບ້ານອຸໄທ ແລະ ບ້ານສົບຊາຍ, ເມືອງຫົວເມືອງ, ບ້ານທັບເຜິ້ງ, ເມືອງຊໍາເຫນືອ ຜ່ານການສຶກສາ, ຕີລາຄາ ປະເມີນການຂຸດຄົ້ນແຮ່ຫາຍາກໃນພື້ນທີ່ດັ່ງກ່າວ

ບໍລິສັດ ໄດ້ຄາດຄະເນການລົງທຶນເຂົ້າໃນໂຄງການນີ້ແມ່ນ 300 ລ້ານຢວນ, ໂດຍໄດ້ນໍາໃຊ້ ເຄື່ອງມືອຸປະກອນເຕັກນິກທີ່ທັນສະໄຫມ,ຈັດຕັ້ງທີມງານຊຽວຊານລະດັບມືອາຊີບ, ທີມງານຜູ້ບໍລິຫານທີ່ມີປະສົບການສູງ ແລະ ທີມງານຂຸດຄົ້ນກໍ່ສ້າງທີ່ມີຄວາມສໍານານງານ ໂດຍນໍາໃຊ້ເທັກໂນໂລຊີທີ່ທັນສະໄຫມ ເຂົ້າໃນການຂຸດຄົ້ນ.

ໂຄງການນີ້ ແມ່ນການຮ່ວມມື ລະຫວ່າງ ບໍລິສັດ Beijing Platinum World Technology Development ຈໍາກັດ ຈາກ ສປ ຈີນ ແລະ ບໍລິສັດ ຜາແດງຮຸ່ງເຮືອງ ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ຈໍາກັດຜູ້ດຽວ ຈາກ ສປປ ລາວ, ໂດຍໄດ້ສ້າງຕັ້ງ ບໍລິສັດ ຮ່ວມທຶນຂຶ້ນ ຊຶ່ງເປັນນິມິດຫມາຍອັນດີໃນການຮ່ວມມືຂອງສອງຊາດ ລາວ-ຈີນ.

ພ້ອມນີ້ບໍລິສັດຍັງຢືນຢັນວ່າ: ຈະພະຍາຍາມຢ່າງມີຄວາມຮັບຜິດຊອບສູງຕໍ່ວຽກງານຂຸດຄົ້ນ ແລະ ສໍາຫຼວດ ໃຫ້ສໍາເລັດຕາມແຜນການ, ເພື່ອເຮັດໃຫ້ການຮ່ວມມືຂອງສອງຊາດ ລາວ-ຈີນ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ພັດທະນາເສດຖະກິດພາຍໃນທ້ອງຖິ່ນໃຫ້ດີຂື້ນ.

ຂ່າວ-ພາບ: ອາລຸນໄຊ​ ແຂວງຫົວພັນ

Leave a Reply

Your email address will not be published. Required fields are marked *

Back to top button