ອຸຕຸເຕືອນອາທິດນີ້ ສະພາບອາກາດມີທັງໜາວ ແລະ​ ຝົນຕົກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 31 ມັງກອນ ຫາ 6 ກຸມພາ​ 2022 ວ່າ:

ໃນໄລຍະວັນທີ 31 ມັງກອນ ຫາ 6 ກຸມພານີ້ ມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ

ພັດປົກຄຸມເປັນສ່ວນໃຫຍ່ ຊື່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງ 1 ຫາ 3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ

ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກກາງ ແລະ ພາກໃຕ້.ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ

ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.

..

..

..​

Leave a Reply

Your email address will not be published. Required fields are marked *

Back to top button