ລົດໂດຍສານຕົກເຫວຢູ່ອິນເດຍ ມີຜູ້ເສຍຊີວິດ 26ຄົນ

ຂປລ.ຕາມ​ຂ່າວ​ຈາກ ​ມຸມ​ໄບ,ວັນ​ທີ16 ຜ່ານມາ​ນີ້,​ເຈົ້າໜ້າ​ທີ່ ​ຕຳຫລວດ​ ອິນ​ເດຍ ລາຍ​ງານ​ວ່າ:

.

​ເກີດ​ອຸບັດ​ເຫດ ​ລົດ​ໂດຍສານ ຕົກລົງ​ເຫວ ທາງ​ພາກ​ເໜືອ​ ຂອງ​ອິນ​ເດຍ ​​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 26ຄົນ​ ​ແລະ ບາດ​ເຈັບໜັກ​ອີກ 4ຄົນ ຈາກ​ຜູ້​ໂດຍສານ​ ທັງ​ໝົດ 30ຄົນ.

ປັດຈຸບັນ ທ່ານ ​ເຣນທຣາ ​ໂມ​ດີ,ນາຍົກ ລັດຖະມົນຕີ ອິນ​ເດຍ ປະກາດ ອະນຸມັດ​ ຈ່າຍ​ເງິນ ​ຊົດ​ເຊີຍ​ ໃຫ້​ແກ່ ​ຄອບຄົວ​ ຜູ້​ເສຍ​ຊີວິດ ຈາກ​ເຫດການ​ ໃນ​ຄັ້ງນີ້ ລາຍ​ລະ 20.000 ຣູປີ ​ແລະ ຈ່າຍ​ເງິນ​ ໃຫ້​ຜູ້​ບາດ​ເຈັບ​ ລາຍ​ລະ 50.000ຣູປີ.

.

ສ່ວນ​ສາ​ເຫດ ພວມ​ ຢູ່​ໃນ​ຂະ​ບວນການ​ ສືບສວນ ​ສອບ​ສວນ ​ຂອງ​ເຈົ້າໜ້າ​ທີ່​ ກ່ຽວຂ້ອງ.. (ພາກ​ຂ່າວ: ຕ່າງປະ​ເທດ)

.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

Back to top button