ມອບລົດຈັກທີ່ຖືກຄົນຮ້າຍລັກໄປຄືນເຈົ້າຂອງເດີມ

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໄດ້ມອບລົດຈັກຮອນດ້າ ເວັບໄອ ສີແດງ-ດຳ, ທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 27 ເມສາ 2022, ກ່າວມອບຂອງ ພັຕ ຄຳມະນີ ລືໄຊ ຮອງຫົວໜ້າພະແນກສືບສວນ-ສອບສວນ ປກສ ແຂວງ ແລະ ກ່າວຮັບໂດຍ ທ້າວ ຄຳຫຼ້າ ອາຍຸ 29 ປີ ພະນັກງານ ຢູ່ບ້ານຈອມແຈ້ງ ເມືອງລອງ ແຂວງຫຼວງນ້ຳທາ.

ພັຕ ຄຳມະນີ ລືໄຊ ໃຫ້ຮູ້ວ່າ: ລົດຈັກຄັນດັ່ງກ່າວ, ເຈົ້າໜ້າທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍ ຊື່ ທ້າວ ເຢລໍ ອາຍຸ 19 ປີ ຢູ່ ບ້ານກາງໂພນສິງ ເມືອງສິງ ແຂວງຫຼວງນ້ຳທາ, ເຊິ່ງຜູ້ກ່ຽວໄດ້ເຄື່ອນໄຫວລັກໄປໃນ ວັນທີ 24 ທັນວາ 2021 ຢູ່ແຄມທາງເຂດບ້ານນ້ຳໂບ ເມືອງລອງ. ແຕ່ຖືກເຈົ້າໜ້າທີ່ ຈັບໄດ້ມາດໍາເນີນຄະດີຕາມກົດໝາຍ.

ໃນໂອກາດນີ້, ຍັງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ກໍຄືປະຊາຊົນ ທົ່ວແຂວງຫຼວງນ້ຳທາ ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ມີສະ ຕິໃນການປົກປັກຮັກສາ, ເພີ່ມລະບົບປ້ອງກັນຄວາມປອດໄພ, ບໍ່ຈອດລົດຊະຊາຍ, ເຊິ່ງຈະເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີທີ່ສວຍໂອກາດລັກຊັບ ແລະ ກາຍ ເປັນປະກົດການຫຍໍ້ທໍ້ໃນສົງຄົມ.

ທີ່ມາ: ຄວາມສະຫງົບ Lao Security News

Leave a Reply

Your email address will not be published. Required fields are marked *

Back to top button