ດ່ວນ!..ໄຟໄຫມ້ລົດຢາງຫມາກຕອຍ ຢູ່ເຂດບ້ານນ້ຳສາງ

– ໃນເວລາປະມານ 11:00 ໂມງ ຂອງວັນທີ 10.02.2023. ໄດ້ຮັບແຈ້ງເກີດເຫດໄຟໄຫມ້ລົດເຕົາຢາງຫມາກຕອຍຂອງບໍລິສັດຈີນຍວນ ຢູ່ເຂດບ້ານນ້ຳສາງ ເມືອງປາກກະດິງ ແຂວງບໍລິຄຳໄຊ.

– ເມື່ອໄດ້ຮັບແຈ້ງພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ກຽມພ້ອມພາຫະນະ ແລະ ກຳລັງພົນອອກໄປຫາຈຸດເກີດເຫດໂດຍໃຊ້ລົດມອດໄຟ ຈໍານວນ 1 ຄັນ ພະນັກງານອ້າຍນ້ອງ 3 ສະຫາຍ

ເມື່ອມາເຖິງເກີດເຫດ ເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ເຂົ້າມອດໄຟໄຫມ້ ໃຊ້ເວລາມອດ 1 ຊົ່ວໂມງເຄິ່ງ ໄຟຈຶ່ງດັບມອດລົງ.

– ຈຸດດັ່ງກ່າວ ເປັນແຄ່ມທີ່ພັກຂອງຄົນງານຂອງບໍລິສັດ, ລົດມີລັກສະນະເປັນລົດບັນທຸກ 12 ລໍ້ (ຍີ່ຫໍ້ HOWO) 1 ຄັນ ເປັນລົດຕົ້ມຢາງຫມາກຕ໋ອຍໄດ້ໄຫມ້ຫມົດທັ້ງຄັນ.

-ຜົນເສຍຫາຍມີດັ່ງນີ້.

1. ລົດຕົ້ມຢາງຫມາກຕ໋ອຍ 12 ລໍ້ ( HOWO ) ລາຄາປະມານ 300,000 ໂດລ່າ.

2. ໂທລະສັບ 1 ຫນ່ວຍ ລາຄາປະມານ 2.000.000 ກີບ.

3. ເຄື່ອງສຽງ 1ຫນ່ວຍ ລາຄາປະມານ 1.500.000 ກີບ.

+ ສາເຫດ: ລະບົບໄຟຊ໋ອດຢູ່ພາຍໃນລົດ ເຮັດໃຫ້ເກີດເປັນປະກາຍໄຟ ແລະ ເກີດໄຟໄໝ້ຂຶ້ນ.

– ຕໍ່ເຫດການດັ່ງກ່າວ, ເຈົ້າຂອງລົດ ຫຼື ຜູ້ຄຸ້ມຄອງ, ຂັບຂີ່ຍານພາຫະນະ ແຕ່ 04 ລໍ້ຂຶ້ນໄປ ຕ້ອງໄດ້ເອົາໃຈໃສ່, ໝັ່ນກວດກາເຕັກນິກ ລະບົບໄຟ ຂອງລົດ ເພື່ອຫຼີກລ່ຽງໄຟຊ໋ອດຄືເຫດການດັ່ງກ່າວ.

ອີກດ້ານໜຶ່ງ, ຕ້ອງໄດ້ຕິດຕັ້ງບັ້ງມອດໄຟໃສ່ໃຫ້ເໝາະສົມກັບຂະໜາດ ແລະ ຊະນິດຂອງລົດ, ທາດໄໝ້ທີ່ບັນທຸກ ເມື່ອເວລາເກີດໄຟໄໝ້ ແມ່ນສາມາດນຳໃຊ້ບັ້ງມອດໄຟ ສີດໃສ່ໄຟໃຫ້ດັບມອດຢ່າງທັນການ, ຈຳກັດຜົນເສຍຫາຍໃຫ້ຢູ່ໃນລະດັບຕ່ຳສຸດ.

ຄລີບ

Leave a Reply

Your email address will not be published. Required fields are marked *

Back to top button