ລະມາມື້ນີ້ຂ້ອຍຕ້ອງມາຮັບພາລະເງິນແທນຫມູ່ຄົນຫນື່ງຫລາຍຕຶ້

ຂ້ອຍສິສູ້ໄຫວຈັງໃດເດ້ຈຸເຈົ້າເອີ້ຍ ເງິນຄຳຂ້ອຍຫາມາຂ້ອຍກະຢາກເກັບໄວ້ໃຫ້ລູກໆຂ້ອຍ ອານະຄົດເຂົາສິເປັນຈັງໃດ ລະມາມື້ນີ້ຂ້ອຍຕ້ອງມາຮັບພາລະເງິນແທນຫມູ່ຄົນຫນື່ງຫລາຍຕຶ້

ຫມູ່ທີ່ຂ້ອຍດີນຳລາວທຸກຢ່າງ ຂ້ອຍໄວ້ໃຈລາວ ຊ່ວຍລາວ ລະລາວເຮັດກັບຂ້ອຍແນວນີ້ໄດ້ຈັງໃດ ລາວຍັງມີຜົວເອົາຜົວມາແກ້ໄຂປັນຫາ ລະຂ້ອຍເດ້ຜູ້ຍິງຕາດຳໆຄົນດຽວ ແມ່ລ້ຽງດ່ຽວຄືມາໃຈດຳເຮັດກັບຂ້ອຍແລະລູກໆຂ້ອຍຈັງຊີ້

ດິນດອນຕອນຫຍ້າເງິນຄຳທີ່ຂ້ອຍມີ ຂ້ອຍສິຫມົດຍ້ອນຄອບຄົວນີ້ທຳລາຍຂ້ອຍຈັ່ງຊີ້ຫວາ…ເຫລືອໃຈເດ້ ນັ່ງກະໄຫ້ນອນກະໄຫ້…ເຈັບທັ້ງກາຍເຈັບທັ້ງໃຈ😭😭😭😭

ເອື້ອຍເຈົ້າລົງເຮັດຫຍັງ ບໍ່ຢ້ານຄົນສົມນ້ຳຫນ້າຫວາ ໃຜລະ ໃຜຢາກສົມນຳ້ຫນ້າ ຂ້ອຍລົງຍ້ອນຂ້ອຍຢາກໃຫ້ຄົນທີ່ມັນເຮັດກັບຂ້ອຍມັນຮູ້ວ່າຂ້ອຍເປັນທຸກແລະເດືອດຮ້ອນຊ່ຳໃດ

ໃຜສິສົມນຳ້ຫນ້າກະບໍ່ໄດ້ມີຄ່າຫຍັງໃນຊີວິດຂອງຂ້ອຍເດີ້…ຂ້ອຍບໍ່ອາຍແລະຂ້ອຍກະບໍ່ຢ້ານວ່າເຄດິດຂ້ອຍຈະເສຍເພາະຂ້ອຍຍອມເສຍສະຫລະຊັບສິນ ເພື່ອປົກປ້ອງແລະຮັກສາລູກຫວຍຄົນອື່ນຂອງຂ້ອຍ ຄົນທີ່ເຂົາບໍ່ໄດ້ມີປັນຫາກັບຂ້ອຍ….

ຂ້ອຍເສຍໃຈຮ້ອງໄຫ້ບໍ່ໄດ້ຫວາ ຫລືພວກເຈົ້າບໍ່ເຄີຍເປັນ ພຽງແຕ່ພວກເຈົ້າບໍ່ກ້າທີ່ຈະລົງຄືຂ້ອຍເພາະຢ້ານຄົນຢຽບຄົນສົມນ້ຳຫນ້າ ແຕ່ຂ້ອຍລົງເພາະຂ້ອຍບໍ່ອາຍບໍ່ຢ້ານຫຍັງ ຂ້ອຍລົງຕາມທີ່ຂ້ອຍເປັນຕາມທີ່ຂ້ອຍຮູ້ສຶກກະແຄ່ນັ້ນ…

ໃຜຢາກຄິດແນວໃດກະຂໍຂອບໃຈ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button