ແມ່ຕູ້ ບໍ່ມີເຮືອນ ຂໍ ອາໃສເພີນຢູ່ຫລັງຮ້ານ ອາຫານຊົມບື້ງ ຄົນດຽວ

ສະບາຍດີທຸກຄົນ: ມີນີ້ເວລາ9ແລງ ຂ້ອຍມາແຕ່ວຽກເຫັນແມ່ຕູ້ຍ່າງມານຳທາງເພີນຫລັງກົ່ງ ເພີນຍ່າງມາຜູ້ດຽວມືດໆ (ຄິດໃນໃຈວ່າ ຄ່ຳປານນິຜູ້ເຖົ້າຍ່າງນຳທາງມືດຈັ່ງສິເປັນຕາຢ້ານແທ້) ກະຂີ່ລົດກາຍ .

ແຕ່ພໍຄິດພໍ້ແອະແມ່ນແມ່ຕູ້ທີຜູ້ເລາະຂາຍຂະຫນົມຕາມທາງຕວະຫັ້ນ ກະເລີຍໂຄງລົດໄປຖາມເພີນ

ເຮົາ: ສະບາຍແມ່ຕູ້

ແມ່ຕູ້: ສະບາຍດີນາງ

ເຮົາ:ແມ່ຕູ້ຈື່ເຮົາບໍ່ ມື້ນັ້ນແມ່ຕູ້ຫາບຂະຫນົມແຂ່ງຝົນຢູ່ທາດຫລວງ ລະເຮົາບອກແມ່ຕູ້ເຂົ້າມາລີ້ຝົນຢູ່ຄຮີນິກ ຫັ້ນເດ້

ແມ່ຕູ້: ໂອແມ່ບໍ່ຈື່

ເຮົາ: ໂດຍບໍ່ເປັນຫຍັງແມ່ຕູ້ ໃຫ້ເຮົາເມື່ອສົ່ງເດີ້

ແມ່ຕູ້: ໂດຍໆ ຂອບໃຂເດີ້ນາງ

ເຮົາ: ກະຮັບເພີນເມື່ອສົ່ງ ກະຖາມແມ່ຜູ້ຕູ້ວ່າເຮືອນຢູ່ໃສ

ແມ່ຕູ້: ແມ່ບໍ່ມີເຮືອນ ຂໍ ອາໃສເພີນຢູ່ຫລັງຮ້ານອາຫານຊົມບື້ງຢູ່ໂນນຫວາຍ

ເຮົາ: ແມ່ຕູ້ຢູ່ກັບໃຜ

ແມ່ຕູ້: ແມ່ຢູ່ຄົນດຽວ

ເຮົາ : ຫລັງຈາກໄປສົ່ງແມ່ຕູ້ກະທັງຂີ່ລົດນ້ຳຕາຊືມ ດູຕົນເພີນເລາະຂາຍເຄື່ອງຄົນດຽວ ກິນຢູ່ຄົນດຽວ ນ້ຳກະອາບຢູ່ບື້ງ ຂ້ອຍຜູ້ເຫັນພາບແບບນີ້ລະ ອອ່ນໄຫວເບີດໃຈເລີຍ

ຖ້າພໍ່ແມ່ອ້າຍເອື້ອຍນ້ອງຫລືຜູ້ເພື່ອນເຫັນແມ່ຕູ້ເພີນເລາະຂາຍຂະຫນົມຊື້ຊ່ວຍເພີນແດ່ເດີ ຫລືຢາກໄປຊ່ວຍເຫລືອເພີນກະໄປຫາເພີນໄດ້ເດີ້ ເພີນຢູ່ຫລັງຮ້ານອາຫານ ຊົມບື້ງ ໂນນຫວາຍ (ຂອບໃຈທາງເຈົ້າຂອງຮ້ານອາຫານຊົມບື້ງຫລາຍໆທີຊ່ວຍເຫລືອແມ່ຕູ້ເພີນ)

ຊົມຄລີບ

ທີ່ມາ:

Leave a Reply

Your email address will not be published. Required fields are marked *

Back to top button