ປ້ຳເປີດ​ບໍ​ລິ​ການນ້ຳມັນ ວັນ​ທີ 21/06/2022 ( ລນລ )

ລາຍຊື່ປໍ້າຕົວແບບ ແລະ ຕົວແທນຢູ່ ນະຄອນຫຼວງແລະຕົວເມືອງໄກ້ຄຽງທີ່​ເປີດ​ບໍ​ລິ​ການວັນ​ທີ 21/06/2022 ສ່ວນຕ່າງແຂວງຈະແຈ້ງບອກພາຍໃນມື້ອຶ່ນ.

ນ້ຳມັນ ມາຮອດວັນທີ 20 ມິຖຸນາ 2022 ບັນດາບໍລິສັດນຳເຂົ້າ ມີແຜນການນໍາເຂົ້າສະເລ່ຍ 5,92 ລ້ານລິດ ເຊີ່ງເປັນຕົວເລກການນໍາເຂົ້າ ທີ່ສູງຂື້ນສົມຄວນ ທຽບໃສ່ຫຼາຍວັນຜ່ານມາ.

ຂະນະທີ່ທົ່ວປະເທດມີປໍ້ານໍ້າມັນເຊື້ອໄຟ ທີ່ເປີດບໍລິການເປັນປົກກະຕິ ທັງໝົດ 706 ປໍ້າ ກວມ 35,47% ຂອງຈໍານວນປໍ້ານໍ້າມັນເຊື້ອໄຟທັງໝົດໃນຂອບເຂດທົ່ວປະເທດ.

ສະຫຼຸບແລ້ວ, ຈາກນະໂຍບາຍ ຫຼື ທິດຊີ້ນໍາຂອງ ຄະນະ 36/ນຍ ເຮັດໃຫ້ເລີ່ມຕັ້ງແຕ່ວັນທີ 20 ມິຖຸນາ 2022 ມື້ນີ້ເປັນຕົ້ນໄປ ຈະມີປໍ້ານໍ້າມັນເຊື້ອໄຟ ເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ (ໃນນີ້, ລວມທັງ ບໍລິສັດນຳເຂົ້າ ທີ່ຍັງບໍ່ໄດ້ຮັບນະໂຍບາຍແລກປ່ຽນເງິນຕາ,

ແຕ່ເຂົາເຈົ້າ ກໍໄດ້ສຸມກໍາລັງແຮງເພື່ອຊ່ວຍການສະໜອງໃນໄລຍະວິກິດນີ້) ແລະ ຈະສາມາດຂະຫຍາຍອອກໄປໄດ້ຕື່ມອີກ ເຊັ່ນ ປໍ້າຂອງບໍລິສັດ ພີທີທີ ລາວ ຈໍາກັດ ຈະສາມາດເປີດໄດ້ອີກ 43 ປໍ້າ

ເຊີ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ນໍາຢ່າງໃກ້ຊິດ ໃຫ້ພະແນກ ອຄ ແຂວງ, ນະຄອນຫຼວງວຽງຈັນ ລົງຕິດຕາມການຈໍາໜ່າຍ (ຈໍລະຈອນ) ແຕ່ຂອດສາງຂອງບໍລິສັດ ຮອດປໍ້ານໍ້າມັນເຊື້ອໄຟ (ເຮັດບັນທຶກຈົດຮັບຈົດຈ່າຍຊັດເຈນ).

ພ້ອມດຽວກັນນັ້ນ, ລັດຖະບານ ກໍໄດ້ກະກຽມ ອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະຫນອງນ້ຳມັນ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

ຄຽງຄູ່ກັນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດ ເຊັ່ນ ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ

ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດລວມເບື້ອງຕົ້ນ ເປັນນໍ້າມັນແອັດຊັງ 65 ລ້ານລິດຕໍ່ປີ, ນໍ້າມັນກາຊວນ 150 ລ້ານລິດຕໍ່ປີ ແລະ ນໍ້າມັນກາຊວນຊີວະພາບ 4 ລ້ານລິດຕໍ່ປີ.

Leave a Reply

Your email address will not be published. Required fields are marked *

Back to top button