ຊົມເຊີຍ ລາວສົ່ງເຂົ້າໜຽວລາວ ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕ້ນ

ຊົມເຊີຍ ! ບໍລິສັດ IDP ຂົນສົ່ງເຂົ້າໜຽວລາວ ລ໋ອດທໍາອິດ ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕ້ນ

ໂດຍຜ່ານເສັ້ນທາງລົດໄຟ ລາວຈີນ, ໂດຍກ່ອນໜ້ານີ້ ບໍລິສັດດັ່ງກ່າວ ກໍ່ໄດ້ສົ່ງເຂົ້າໜຽວ ໄປຂາຍ ໂດຍນໍາໃຊ້ ທ່າເຮືອຢູ່ທະເລ ປະເທດໄທ ໄທ ແລະ ຫວຽດນາມ.

ພິທີສົ່ງເຂົ້າສານລາວ ລ໋ອດທໍາອິດ ໄປ ສປ ຈີນ ຈັດຂຶ້ນ ຢູ່ ສະຖານີລົດໄຟສາຍໃຕ້ ນະຄອນຫຼວງວຽງຈັນ ໃນວັນທີ 28/05/2022 ທີ່ຜ່ານມາ. ການຂົນສົ່ງຜ່ານທາງລົດໄຟ ແມ່ນສາມາດຫຼຸດຜ່ອນຕົ້ນທຶນ ໃນການຂົນສົ່ງ ທຽບໃສ່ການຂົນສົ່ງທາງທະເລ.

ບໍລິສັດ IDP ລົງທຶນໃນຂະແຫນງການປູກເຂົ້າ ຢູ່ ສປປ ລາວ ມາແຕ່ປີ 2015, ມີໂຮງສີເຂົ້າໃຫຍ່ 4 ແຫ່ງ ຢູ່ ສະຫວັນນະເຂດ ແລະ ຈໍາປາສັກ. ແຕ່ລະປີ ບໍລິສັດ IDP ຮັບຊື້ເຂົ້າ ຈາກຊາວນາ 60.000 ໂຕນ, ແລະ ປະກອບສ່ວນທຶນ ໃນການຈັດຊື້ປະມານ 20 ລ້ານໂດລ້າສະຫະລັດ. ໃນຈໍານວນດັ່ງກ່າວ 30.000 ໂຕ້ນ ແມ່ນສົ່ງຂາຍ ຢູໂຣບ, ຈີນ, ໄທ, ແລະ ຫວຽດນາມ ໃນແຕ່ລະປີ.

ໃນປີ 2017, ບໍລິສັດ ສົ່ງເຂົ້າໄປຂາຍ ສປ ຈີນ 45.000 ໂຕ້ນ, ແລະ ຫວັງວ່າ ສປ ຈີນ ຈະຮັບຊື້ 25.000 ໂຕ້ນ ຕໍ່ປີ ເປັນເວລາ 3 ປີ ແລະ ຄາດວ່າ ຈະກາຍເປັນຕະຫຼາດສົ່ງອອກເຂົ້າ ລາຍໃຫຍ່ສຸດ ຂອງ ສປປ ລາວ.

ບໍລິສັດ IDP ຍັງສົ່ງເສີມການປູກເຂົ້າອິນຊີ ໃຫ້ກັບ 1.500 ຄອບຄົວ ຢູ່ລາວ ໃນເນື້ອທີ່ລວມ 5.000 ເຮັກຕ້າ.

ຂໍ້ມູນ: ວຽງຈັນທາຍ

Leave a Reply

Your email address will not be published. Required fields are marked *

Back to top button