ອຸຕຸເຕືອນ !..ພາກເໜືອ ແລະ ກາງລະມັດລະວັງຝົນຕົກໜັກ

ອີງຕາມການຄາດຄະເນສະພາບອາກາດຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືກົມອຸຕຸນິຍົມ ແລະ ອຸທົກກະສາດ ແມ່ນໄລຍະວັນທີ 6-12 ມິຖຸນາ 2022 ນີ້ແມ່ນໃຫ້ລະມັດລະວັງຕໍ່ສະພາບອາກາດຝົນຕົກ, ຟ້າຮ້ອງ ແລະ ອາກາດຮ້ອນຢູ່ພາກໃຕ້ໃນຕອນບ່າຍ.

ຕາມການໃຫ້ຂໍ້ມູນແມ່ນໃນໄລຍະວັນທີ 6-12 ມິຖຸນາ 2022 ຮ່ອງຄວາມກົດດັນອາກາດຕ່ຳ ຫຼື ຮ່ອງຝົນ ແມ່ນຈະຜ່ານຢູ່ແຂວງພາກເໜືອ ແລະ ກາງ ຂອງປະເທດລາວ,

ສ່ວນພາກໃຕ້ຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນປົກຄຸມດ້ວຍກຳລັງແຮງ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກ, ຟ້າຮ້ອງ-ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງຫາໜັກຂອງບາງທ້ອງຖິ່ນ ແຂວງພາກເໜືອ ແລະ ກາງ.

ດັ່ງນັ້ນ, ຈື່ງເຕືອນປະຊາຊົນຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດ ຝົນຕົກ, ຟ້າຮ້ອງ-ຟ້າເຫຼື້ອມ, ຟ້າຜ່າ ແລະ ດິນເຈື່ອນ ພ້ອມມີລົມພັດແຮງ ໂດຍສະເພາະຜູ້ທີ່ອາໄລຢູ່ພາກເໜືອ ແລະ ກາງ ເນື່ອງຈາກອາດມີຝົນຕົກຕິດຕໍ່ກັນຫຼາຍວັນ ເຊິ່ງອາດກໍ່ໃຫ້ເກີດດິນເຈື່ອນ, ນ້ຳຊຸ.

,,,

Leave a Reply

Your email address will not be published. Required fields are marked *

Back to top button