ດ່ວນ!!!!! ລັດຖະບານ ອະນຸຍາດໃຫ້ນະຄອນຫລວງວຽງ ຈັນ ຈັດບຸນທາດຫລວງ ປະຈໍາປີ 2021

ດ່ວນ!!!!! ລັດຖະບານ ອະນຸຍາດໃຫ້ນະຄອນຫລວງວຽງ ຈັນ ຈັດບຸນທາດຫລວງ ປະຈໍາປີ 2021 ແຕ່ໃຫ້ຈັດສະ ເພາະກິດຈະກໍາທີ່ເປັນປະເພນີທາງສາດສະຫນາ ແຕ່ວັນທີ 17-19 ພະຈິກ 2021

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ມາຍັງທ່ານຊາບ ດັ່ງນີ້:

“ເຫັນດີອະນຸມັດໃຫ້ນະຄອນຫຼວງວຽງຈັນ ຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2021, ກໍານົດເວລາ 03 ວັນ (ນັບແຕ່ວັນທີ 17 ຫາ 19 ພະຈິກ 2021) ໂດຍອະນຸຍາດໃຫ້ຈັດແຕ່ກິດຈະກໍາທີ່ເປັນປະເພນີທາງສາສະຫນາເທົ່ານັ້ນ,

ສ່ວນລາຍລະອຽດມອບໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ເປັນເຈົ້າ ການສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ຕົກລົງ ທັງຊີ້ນໍາການປະຕິບັດມາດຕະການຕ່າງໆ ທີ່ວາງອອກຢ່າງເຂັ້ມ ງວດ ແລະ ຮັບປະກັນໃຫ້ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ”.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.

Leave a Reply

Your email address will not be published. Required fields are marked *

Back to top button