ປະຊາຊົນລ່ວງລ້ຳເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟເພຶ່ອເຂົ້າໄປຖ່າຍຮູບ

ປະຊາຊົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟເພຶ່ອເຂົ້າໄປຖ່າຍຮູບ ເປັນອັນຕະລາຍຕໍ່ຊິວິດຂອງປະຊາຊົນ ແລະ ການແລ່ນລົດໄຟ !

ດັ່ງໃນຮູບລຸ່ມນີ້ ຊຶ່ງເປັນເຫດການທີ່ເກີດຂຶ້ນໃນວັນທີ 5 ມີຖຸນາ 2022 ໄດ້ມີຍິງສາວສາມຄົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟ ແລະ ໄປຖ່າຍຮູບຢູ່ເທິງລາງລົດໄຟ,

ເຈົ້າຫນ້າທີ່ກ່ຽວຂ້ອງໄດ້ພາເຂົາເຈົ້າອອກຈາກພື້ນທີ່ຢ່າງປອດໄພ ພ້ອມທັງໃຫ້ຄວາມຮູ້ ແລະ ຕັກເຕືອນເຂົາເຈົ້າວ່າເທື່ອຫນ້າບໍ່ໃຫ້ເຮັດພຶດຕິກຳດັ່ງກ່າວອີກ. ດັ່ງນັ້ນ, ເພື່ອຄວາມປອດໄພຂອງການເດີນລົດໄຟ ໂດຍສະເພາະແມ່ນຂອງຜູ້ໂດຍສານ ແລະ ຂອງຕົວທ່ານເອງ, ຈຶ່ງຂໍຄວາມຮ່ວມມືຈາກທຸກທ່ານ ຈົ່ງຢ່າລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟຢ່າງເດັດຂາດ.

ໃນກົດໝາຍວ່າດ້ວຍການລົດໄຟມາດຕາທີ 137 ຂໍ້ທີ 5 ລະບຸຢ່າງຊັດເຈນວ່າ ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟຢ່າງເດັດຂາດ.

ດັ່ງນັ້ນ, ຂໍແຈ້ງມາຍັງປະຊາຊົນທຸກທ່ານອີກຄັ້ງໜຶ່ງ ນອກຈາກການລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟຈະຜິດຕໍ່ລະບຽບກົດໝາຍແລ້ວ, ຍັງຈະເປັນອັນຕະລາຍຕໍ່ຕົວທ່ານເອງ,

ເນື່ອງຈາກວ່າໃນຂອບເຂດຮົ້ວປ້ອງກັນຄວາມປອດໄພອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ, ອີກປັດໄຈໜຶ່ງລົດໄຟແມ່ນຕ້ອງໃຊ້ໄລຍະທາງ ແລະ ໄລຍະເວລາຈຳນວນໜຶ່ງໃນການເບກ, ບໍ່ສາມາດເບກທັນທີໄດ້,

ເຊິ່ງຫາກມີອຸບັດຕິເຫດເກີດຂຶ້ນແລ້ວກໍອາດຈະພາໃຫ້ເປັນອັນຕະລາຍເຖິງແກ່ຊີວິດຂອງປະຊາຊົນເອງໄດ້. ພ້ອມດຽວກັນນັ້ນ, ພຶດຕິກຳດັ່ງກ່າວກໍຍັງຈະເປັນອັນຕະລາຍຕໍ່ຊີວິດຂອງຜູ້ໂດຍສານພາຍໃນລົດ ແລະ ຍັງເຮັດໃຫ້ເປັນອັນຕະລາຍຕໍ່ຊັບສິນຂອງປະເທດຊາດບ້ານເມືອງ.

ສະນັ້ນ, ຈິ່ງເປັນອັນຕະລາຍຢ່າງສູງຫາກລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟ.

ຂໍ້ມູນ: ລົດໄຟລາວຈີນ

Leave a Reply

Your email address will not be published. Required fields are marked *

Back to top button