ຊີ້ແຈ້ງ ເຫດການທີ່ ເກີດ ມີຄົນຮ້າຍລັດຍີງລົດ ຂອງຜູ້ຂັບຂີ່ຜ່ານທາງ

ຊີ້ ແຈງ ຕອນສວາຍຂອງ ວັນທີ 5 ມິຖຸນາ 2022 ທາງອອກປາກອຸໂມງມິດຕະພາບ ລາວ-ຈີນ ທິດທາງນະຄອນຫຼວງວຽງຈັນຫາວັງວຽງ, ມີເຫດການຍິງປືນເກີດຂຶ້ນໂດຍທີ່ບໍ່ຊາບສາເຫດ, ສາເຫດ ແລະ ຈຸດປະສົງຂອງເຫດການຄັ້ງນີ້ທາງເຈົ້າໜ້າທີ່ຕຳຫຼວດກຳລັງສຶບສວນ.

ທີມກວດທາງຂອງບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ເມື່ອໄດ້ຮັບແຈ້ງຊ່ວຍເຫຼືອ ກໍ່ເລີ່ມປະຕິບັດແຜນການກ່ຽວກັບການຮັບມືກັບເຫດສຸກເສີນທັນທີ, ພ້ອມທັງດຳເນີນການແຈ້ງເຫດຫາ ປກສ ໂພນໂຮງ ແລະ ຫີນເຫີບ ໃນເວລາທຳອິດທັນທີ,

ປະກອບສ່ວນຊ່ວຍເຫຼືອເຈົ້າໜ້າທີ່ປິດທາງຂາອອກສະຖານີຫີນເຫີບ, ນຳ້ງື່ມ, ວັງວຽງ ສາມບ່ອນ. ປະຈຸບັນ, ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ກຳລັງຮ່ວມມືກັບທາງເຈົ້າໜ້າທີ່ຕຳຫຼວດໃນການລົງເລິກສຶບສວນຢ່າງເຕັມສ່ວນ,

ຂໍໃຫ້ບັນດາມວນຊົນປະຊາຊົນຍັງຄົງເລືອກໃຊ້ທາງດ່ວນທີ່ເປັນການສັນຈອນທີ່ສະດວກຄືທີ່ເດີມ.

ສິ້ນສຸດເຖິງເວລາ 17:35, ທາງດ່ວນບໍ່ໄດ້ຮັບການກະທົບ, ປອດໄພຕະຫຼອດທາງ ແລະ ດຳເນີນງານຕາມປົກກະຕິ.

ຂໍໃຫ້ບັນດາມວນຊົນບໍ່ເຊື່ອຟັງຂ່າວລື, ບໍ່ສົ່ງຕໍ່ຂ່າວລື. ຂໍ້ມູນຕ່າງໆແມ່ນໃຫ້ອີງຕາມແຈ້ງການຈາກແຫຼ່ງຂ່າວທາງການທີ່ຖືກຕ້ອງ. ໜ່ວຍງານ ຫຼື ບຸກຄົນໃດທີ່ລົງຂ່າວສານທີ່ບໍ່ມີມູນຄວາມຈີງ ແລະ

ການກະທຳໃສ່ຮ້າຍປ້າຍສີທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ທາງບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ຈະໄດ້ອີງຕາມກົດໝາຍໃນການຕາມຜູ້ກ່ຽວມາຮັບຜິດຊອບ.

ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button