ແຈ້ງຂ່າວມໍລະນະກຳ ທ່ານ ນາງ ໄມຕຼີ ສຸພານຸວົງ (ລູກຄົນທີ 9 ຂອງ ປະທານ ສຸພານຸວົງ)

ແຈ້ງຂ່າວມໍລະນະກຳທ່ານ ນາງ ໄມຕຼີ ສຸພານຸວົງ, ລູກຄົນທີ 9 ຂອງ ປະທານ ສຸພານຸວົງ

ຫ້ອງວ່າການສູນກາງພັກ, ຄອບຄົວສຸພານຸວົງ, ທ່ານ ດວງແກ້ວ ນໍລະສິງ ພ້ອມດ້ວຍລູກຫຼານຍາດຕິພີ່ນ້ອງ ຂໍແຈ້ງຄວາມເສົ້າສະຫຼົດໃຈມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍ, ຍາດຕິພີ່ນ້ອງ ທີ່ຢູ່ໃກ້ ແລະ ຢູ່ໄກ ຊາບທົ່ວເຖິງກັນວ່າ:

ທ່ານ ນາງ ໄມຕຼີ ສຸພານຸວົງ, ລູກຄົນທີ 9 ຂອງ ປະທານ ສຸພານຸວົງ; ອະດີດພະນັກງານບຳນານ ຫ້ອງວ່າການສູນກາງພັກ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 3/6/2022, ເວລາ 23 ໂມງ 45 ນາທີ, ດ້ວຍພະຍາດຂອງຜູ້ກ່ຽວ,

ລວມອາຍຸໄດ້ 67 ປີ, ປັດຈຸບັນສົບຂອງເພິ່ນໄດ້ບຳເພັນກຸສົນຢູ່ທີ່ ສະໂມສອນສູນກາງພັກ (ຫຼັກ 6), ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ວັນຊາປະນາກິດສົບ (ມື້ສົ່ງສະການ) ວັນອັງຄານ ທີ 7/6/2022, ເວລາ 13 ໂມງ 00 ນາທີ, ທີ່ ວັດເທບນິມິດ (ທາດຝຸ່ນ).

ວັນພຸດ ທີ 8/6/2022, ເປັນມື້ຫ້າງຫາກະກຽມຕັ້ງກອງບຸນ, ທີ່ ສະໂມສອນສູນກາງພັກ (ຫຼັກ 6).

ວັນພະຫັດ ທີ 9/6/2022, ເປັນມື້ຕັກບາດ ຖວາຍສັງຄະທານ (ພຣະ 9 ອົງ), ທີ່ ສະໂມສອນສູນກາງພັກ (ຫຼັກ 6).

ດັ່ງນັ້ນ, ຈິ່ງແຈ້ງຂ່າວມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍ, ຍາດຕິພີ່ນ້ອງ ມາຮ່ວມອົບອຸ່ນ ແລະ ກິນທານນຳພວກຂ້າພະເຈົ້າດ້ວຍ.

Leave a Reply

Your email address will not be published. Required fields are marked *

Back to top button