ປີ 2022 ສປປ ລາວ ຈະສູ້ຊົນຜະລິດເຂົ້າລວມ ໃຫ້ໄດ້ 3,7 ລ້ານກວ່າໂຕນ ເພື່ອຕອບສະໜອງພາຍໃນ ແລະ ຕ່າງປະເທດ

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ສຳພາດຜ່ານໜັງສືພິມປະເທດລາວ ເມື່ອບໍ່ດົນມານີ້ວ່າ:

ໃນປີ 2022 ນີ້, ສປປ ລາວ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ຄາດໝາຍສູ້ຊົນ ຜະລິດເຂົ້າລວມ ປະກອບມີ: ເຂົ້ານາແຊງ, ເຂົ້ານາປີ ແລະ ເຂົ້າໄຮ່ ໃຫ້ໄດ້ 3.701.300 ໂຕນ. ໃນນັ້ນ, ແຜນການຜະລິດເຂົ້ານາປີ 755.250 ເຮັກຕາ,

ຄາດຄະເນຜົນຜະລິດ 3,1 ລ້ານໂຕນ ແລະ ແຜນການການຜະລິດພືດສະບຽງອາຫານ ແລະ ຜະລິດພືດສິນຄ້າ ເພື່ອບໍລິໂພກພາຍໃນ, ປ້ອນໂຮງງານອຸດສະຫະກໍາປຸງແຕ່ງ ແລະ ສົ່ງອອກຕ່າງປະເທດ ໃນເນື້ອທີ່ 653.920 ເຮັກຕາ, ເນື້ອທີ່ເກັບກ່ຽວ 646.520 ເຮັກຕາ ແລະ ຄາດຄະເນຜົນຜະລິດ 8.434.800 ໂຕນ.

ໄລຍະຜ່ານມາຂະແໜງການປູກຝັງ ໄດ້ສຸມໃສ່ຊຸກຍູ້ຂະບວນການຜະລິດພືດສະບຽງ ແລະ ພືດເປັນສິນຄ້າ ໂດຍຕິດພັນກັບຂະບວນ ຜະລິດລະດູແລ້ງ ເພື່ອຮັບປະກັນຕໍ່ບັນຫາຄ້ຳປະກັນສະບຽງອາຫານ ໃຫ້ໄດ້ຢ່າງໜັກແໜ້ນ ພ້ອມທັງການຜະລິດພືດເປັນສິນຄ້າ ຕາມຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດ,

ເພື່ອບັນລຸຕາມຄາດໝາຍສູ້ຊົນດັ່ງກ່າວ ກົມປູກຝັງໄດ້ສຸມໃສ່ບັນດາວຽກທີ່ເປັນຈຸດສົມ ເຊັ່ນ: ວຽກງານປ້ອງກັນ ແລະ ກັກກັນພືດ, ວຽກຄຸ້ມຄອງປັດໄຈການຜະລິດ ເປັນຕົ້ນ ແນວພັນ, ຝຸ່ນ, ຢາປາບສັດຕູພືດ, ວຽກກະສິກຳສະອາດ ແລະ ອື່ນໆ.

ສຳລັບ ການຜະລິດນາແຊງ ໃນສົກປີນີ້, ມີ 92.650 ເຮັກຕາ, ໃນນັ້ນ ນາດໍາທົ່ວໄປ 62.967 ເຮັກຕາ, ນາຫວ່ານ 31.446 ເຮັກຕາ ແລະ ນາຢອດ 1.067 ເຮັກຕາເທົ່າກັບ 103% ຂອງເນື້ອທີ່ແຜນການ, ມາຮອດ ປັດຈຸບັນ ສາມາດເກັບກ່ຽວສໍາເລັດແລ້ວ 100% ຂອງເນື້ອທີ່ປັກດໍາທັງໝົດ ຄາດຄະເນຜົນຜະລິດໄດ້ປະມານ 438.000 ໂຕນ.

ສຳລັບ ແຜນການປູກພືດລະດູແລ້ງໂດຍສະເພາະ ພືດສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອບໍລິໂພກພາຍໃນ, ປ້ອນໂຮງງານອຸດສະຫະກໍາປຸງແຕ່ງ ແລະ ສົ່ງອອກຕ່າງປະເທດ ໂດຍທົ່ວໄປການຜະລິດພືດລະດູແລ້ງ ແມ່ນເນັ້ນໃສ່ບັນດາພືດຜັກ ແລະ ພືດຕະກູນຖົ່ວ ແລະ ພືດອາຍຸສັ້ນອື່ນໆ ໃນລະດູແລ້ງ ປີນີ້ ໄດ້ວາງແຜນການຜະລິດ ເນື້ອທີ່ 156.550 ເຮັກຕາ.

ປັດຈຸບັນຊາວກະສິກອນປູກແລ້ວເນື້ອທີ່ປະມານ 140.890 ເຮັກຕາ, ເທົ່າກັບ 90% ຂອງເນື້ອທີ່ແຜນການ. ໃນນັ້ນມີ: ສາລີຫວານ, ພືດຜັກຕ່າງໆ, ເຜືອກມັນ, ໝາກໄມ້ ແລະ ພືດອື່ນໆ ປະຕິບັດໄດ້ປະມານ 115.209 ເຮັກຕາ ແລະ ພືດສິນຄ້າ ເຊັ່ນ: ສາລີແຂງ, ຖົ່ວ, ຢາສູບ ແລະ ພືດອື່ນໆ ປະຕິບັດໄດ້ປະມານ 25.681 ເຮັກຕາ.

Leave a Reply

Your email address will not be published. Required fields are marked *

Back to top button