ຂໍຊົມເຊີຍ! ເຈົ້າໜ້າທີ່ດຢຶດໄດ້ໄມ້ເຖື່ອນ (ໄມ້ໝູນ, ໄມ້ຄຳພີ, ໄມ້ດູ່, ໄມ້ແຕ້ຂ່າ) 68 ໂຕ

ຂໍຊົມເຊີຍ! ເຈົ້າໜ້າທີ່ພາສີປະຈໍາແຂວງບໍລິຄໍາໄຊທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍຢ່າງເຂັ້ມງວດ, ຈຶ່ງສາມາດຢຶດໄດ້ໄມ້ເຖື່ອນຫຼາຍປະເພດ (ໄມ້ໝູນ, ໄມ້ຄຳພີ, ໄມ້ດູ່, ໄມ້ແຕ້ຂ່າ) ລວມທັງໝົດ 68 ໂຕເທົ່າກັບ 2,37 ແມັດກ້ອນ).

ຕາມການໃຫ້ສຳພາດຂອງທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນທ້າຍເດືອນພຶດສະພາ 2022 ຜ່ານມານີ້,

ເຈົ້າໜ້າທີ່ພາສີແຂວງບໍລິຄຳໄຊໄດ້ຮັບແຈ້ງຈາກພົນລະເມືອງດີມີລົດຂົນສົ່ງເຄື່ອນຍ້າຍໄມ້ຜິດກົດໝາຍຢູ່ເຂດເມືອງທ່າພະບາດ, ເຂດປາກກະດິງ ແລະ ຢູ່ເຂດເມືອງຄຳເກີດ, ເຈົ້າໜ້າທີ່ພາສີປະຈຳແຂວງໄດ້ເຄື່ອນໄຫວ, ຕິດຕາມຈົນຮອດວັນທີ 31 ພຶດສະພາ 2022,

ຈຶ່ງໄດ້ພົບລົດເປົ້າໝາຍຢູ່ເຂດບ້ານປາກກະດັນ ເມືອງປາກຊັນ ແຂວງບໍລິຄໍາໄຊ, ກຳລັງເດີນທາງລົງໄປຕາມເສັ້ນທາງເລກທີ 13 ໃຕ້, ເຈົ້າໜ້າທີ່ພາສີປະຈຳແຂວງບໍລິຄໍາໄຊທີ່ອອກປະຕິບັດໜ້າວຽກງານວິຊາສະເພາະໄດ້ຕິດຕາມຢ່າງໃກ້ສິດຈົນຮອດເຂດບ້ານນໍ້າທອນ ເມືອງປາກກະດິງ ແຂວງບໍລິຄໍາໄຊ,

ຈຶ່ງຂໍອະນຸຍາດຈາກເຈົ້າຂອງພາຫະນະກວດກາສິນຄ້າພາຍໃນລົດເບື້ອງຕົ້ນບໍ່ພົບເຫັນສິນຄ້າຜິດກົດໝາຍ, ແຕ່ດ້ວຍຄວາມສົງໃສຂອງເຈົ້າໜ້າທີ່ພາສີຈຶ່ງໄດ້ກວດຄົ້ນຢ່າງລະອຽດຍ້ອນຜູ້ກຽ່ວດັດແປງສະພາບພື້ນລົດ,

ຈຶ່ງພົບໄມ້ຈຳ ນວນຫຼາຍລາຍການປະກອບມີ: ໄມ້ໝູນ ຈໍານວນ 6 ໂຕເທົ່າກັບ 0,16 ແມັດກ້ອນ, ໄມ້ຄຳພີ ຈໍານວນ 2 ໂຕເທົ່າກັບ 0,03 ແມັດກ້ອນ, ໄມ້ຄໍາພີ (ໄມ້ເສດ) ເທົ່າກັບ 237 ກິໂລກຣາມ, ໄມ້ດູ່ ຈໍານວນ 4 ໂຕເທົ່າກັບ 0,04 ແມັດກ້ອນ ແລະ ໄມ້ແຕ້ຂ່າ ຈໍານວນ 38 ໂຕເທົ່າກັບ 2,13 ແມັດກ້ອນລວມທັງໝົດເທົ່າກັບ 2,37 ແມັດກ້ອນ ແລະ 237 ກິໂລກຣາມ.

ສຳລັບການກະທໍາຜິດໃນຄັ້ງນີ້ຖືວ່າຜິດຕໍ່ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍປ່າໄມ້ ແລະ ຄຳສັງຂອງນາຍົກລັດຖະມົນຕີ ແຫ່ງສປປ ລາວ ເລກທີ 15/ນຍ, ຊຶ່ງໃນປັດຈຸບັນຍັງຢູ່ໃນຂັ້ນຕອນຂະບວນການສືບສວນສອບສວນຂອງເຈົ້າໜ້າທີ່ເພື່ອດຳເນີນຄະດີຕໍ່ຜູ້ກະຜິດຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ທີ່ມາ: ກະຊວງການເງິນ

Leave a Reply

Your email address will not be published. Required fields are marked *

Back to top button