ມາດາມໂບວ່າ!.. ທີມຊາດລາວ ບໍ່ຊະນະທີມຊາດໄທໄດ້ ກໍ່ໃຫ້ເດີ້ 40 ລ້ານ ເພາະເຫດນີ້

ສາວມາດາມໂບ ໂພສວ່າ: ເຖິງວ່າ ວັນກ່ອນໄດ້ໂພສວ່າ ຖ້າທິມຊາດລາວຊະນະທິມຊາດໄທແມ່ນຈະໃຫ້ 40 ລ້ານ,​ ແຕ່ເຖິງວ່າທີມຊາດລາວ ບໍ່ສາມາດເອົາຊະນະທີມຊາດໄທໄດ້ກໍ່ຕາມ.​

ເພາະຈຸດປະສົງຂອງ ເກມກິລາຕ່າງໆ ກໍ່ແມ່ນເພື່ອສຸຂະພາບ ຄວາມມ່ວນຊື່ນ ແລະ ມິດຕະພາບ

ສະນັ້ນສາວມາດາມໂບ ແຫ່ງວົງການເຕະບານ ອະດີດເຄີຍເປັນປະທານສະໂມສອນວຽງຈັນ ຢູໄນເຕັດ ໄດ້ປະກາດ ວ່າ “ຍັງຈະມອບເງິນ ຈຳນວນ 40ລ້ານກີບ ໃຫ້ນັກເຕະບານທີມຊາດລາວ ເພື່ອເປັນຂັວນ ແລະ ກຳລັງໃຈຄືເກົ່າ”.

ເພາະເຮັດຕາມສັນຍາເດີ້ ໂບຮັບປາກ ຈ່າຍ40 ລ້ານ@ເອື້ອຍນາງ 20 ລ້ານ ບໍລີສັດບຸນມາ ສີແສງຄຳ ອະສັງຫາລິມະຊັບ ຈຳກັດຜູ້ດຽວNith Phanthavong 10ລ້ານລວມເປັນ 70 ລ້ານ ເດີ້ ເປັນເງິນປອບໃຈຄືເກົ່າ

…..​ຊົມຄລີບ……….​

ເພາະວ່າ: ຜົນການແຂ່ງຂັນບານເຕະຊາຍ ຊີງແຊ້ມ ອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ຮອບຮອງຊະນະເລີດ ທີ່ຫາກະຈົບໄປນັ້ນ ຫຼັງຈົບເກມ ທີມຊາດລາວ ເສຍໃຫ້ ທີມຊາດໄທ 0-2.

ທີມຊາດລາວມີນັກກິລາເຫລືອທັງຫມົດ 16 ຄົນລົງແຂ່ງຂັນ ເນື່ອງຈາກຜົນກວດໂຄວິດ-19 ເປັນບວກ, ສຳລັບນັດຊີງອັນດັບ 3 ແມ່ນຈະມີຂຶ້ນ ວັນເສົາ 26 ກຸມພາ 2022 ລໍຖ້າຕິດຕາມເຊຍເປັນກຳລັງໃຈໃຫ້ທີມຊາດລາວກັນຕໍ່ເດີ້.

ທີ່ມາ: TargetMagazine

Leave a Reply

Your email address will not be published. Required fields are marked *

Back to top button