ຊີ້ແຈງເລື່ອງ ດາມ່າ ທີ່ການໃຊ້ນັກຮຽນ ໄປມອດໄຟໄຫມ້ປ່າ ຢູ່ພູນາງ

ຈາກກໍລະນີທີ່ມີສື່ສັງຄົມອອນລາຍໄດ້ເຜີຍແຜ່ຂ່າວວ່າມີການນໍາໃຊ້ແຮງງານທີ່ເປັນນັກຮຽນຢູ່ເມືອງຈອມເພັດ, ແຂວງຫລວງພະບາງ ໄປມອດໄຟປ່າທີ່ເກີດຂຶ້ນ ເຮັດໃຫ້ຫລາຍຄົນໃນສັງຄົມໃຫ້ຄວາມສົນໃຈ ແລະ ຢາກຮູ້ຄວາມຈິງທີ່ເກີດຂຶ້ນ.

​ທ່ານ ນາງ ຈັນດີ ເຢັ່ງວື, ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງຈອມເພັດ ໄດ້ຊີ້ແຈງກ່ຽວກັບເຫດການດັ່ງກ່າວຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 2 ມີນາ 2023 ວ່າ:

ຄວາມຈິງແລ້ວໄຟປ່າທີ່ໄໝ້ຢູ່ພູນາງຢູ່ພາຍໃນເມືອງຈອມເພັດ ໄດ້ເກີດຂຶ້ນແຕ່ວັນທີ 19-24 ກຸມພາຜ່ານມານີ້ ເຊີ່ງອົງການປົກຄອງແຂວງ ໄດ້ຊີ້ນໍາໃຫ້ນໍາໃຊ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,

ພະນັກງານພາຍໃນເມືອງ ແລະ ປະຊາຊົນພາຍໃນ ບ້ານນາຄໍາ ແລະ ບ້ານຊຽງແມນ ເຊີ່ງເປັນເຂດທີ່ເກີດໄຟປ່າຂຶ້ນໄປມອດໄຟປ່າ ໂດຍບໍ່ໄດ້ໃຊ້ກໍາລັງນັກຮຽນແຕ່ຢ່າງໃດ.

ແຕ່ຍ້ອນເມັດໄຟປ່າໄດ້ປີວມາຕົກໃສ່ກອງໃບໄມ້ເຊີ່ງເປັນປ່າໄຜ່ຢູ່ຂ້າງໂຮງຮຽນບ້ານຊຽງແມນ ຖ້າບໍ່ມອດໃນທັນທີ່ທັນໃດຈະເຮັດໃຫ້ເກີດໄຟໄໝ້ລາມໄປບ່ອນອື່ນ ແລະ ສ້າງຄວາມເສຍຫາຍຫລາຍຢ່າງ, ຄູອາຈານ ແລະ ນັກຮຽນຈຶ່ງພ້ອມກັນຮີບຮ້ອນພາກັນຕັກນໍ້າໄປດັບມອດເຊີ່ງໃຊ້ເວລາບໍ່ດົນກໍ່ສໍາເລັດ.

​ທ່ານ ນາງ ຈັນດີ ເຢັ່ງວື ຢືນຢັນຕື່ມວ່າ: ຈາກກໍລະນີທີ່ມີຜູ້ນໍາເອົາດັ່ງກ່າວໄປເຜີຍແຜ່ຜ່ານສື່ອອນລາຍວ່າອົງການປົກຄອງເມືອງ ລະດົມນັກຮຽນເພື່ອໄປດັບມອດໄຟປ່າທີ່ເກີດຂຶ້ນແມ່ນບໍ່ເປັນຄວາມຈິງແຕ່ຢ່າງໃດ,

ພ້ອມນີ້ ທ່ານຍັງຝາກມາຍັງຜູ້ທີ່ນໍາໃຊ້ສື່ສັງຄົມອອນລາຍໃນສັງຄົມ ຄວນເສບຂ່າວຢ່າງມີສະຕິ ແລະ ພິຈາລະນາຂ່າວທີ່ເກີດຂຶ້ນໃຫ້ລະອຽດ ໂດຍມີການສອບຖາມອົງການປົກຄອງ ຫລື ທ້ອງຖິ່ນທີ່ກ່ຽວຂ້ອງກ່ອນເພື່ອໃຫ້ໄດ້ຂໍ້ມູນທີ່ຖືກຕ້ອງ.

@FM90 ລາຍງານ

Leave a Reply

Your email address will not be published. Required fields are marked *

Back to top button