ໄທຈັບຄົນລັກລອບເອົານ້ຳມັນມາຂາຍຢູ່ ສປປລາວ

ໃນວັນທີ 1 ມິຖຸນາ ທີ່ຜ່ານມານີ້, ຫຼັງຈາກທີ່ ສປປ ລາວ ມີການເປີດປະເທດ ດ່ານສາກົນ ລາວ-ໄທ ມີຄວາມຄຶກຄື້ນ ໂດຍມີທັງປະຊາຊົນລາວ-ໄທ ແລະ ຄົນຕ່າງປະເທດ ທີ່ໄດ້ມີການເຂົ້າ-ອອກ.

ຫົວໜ້າຝ່າຍຄວບຄຸມທາງສູນລະກາກອນ ດ່ານສູນລະກາກອນໜອງຄາຍໄດ້ກ່າວວ່າ: ຕັ້ງແຕ່ມີການເປີດດ່ານແລ້ວ ຈາກທີ່ເຄີຍມີຄົນເຂົ້າອອກມື້ລະ 300 ຄົນ ອັດຕາຄົນເພີ່ມຄົນເຂົ້າ-ອອກເພີ່ມຂຶ້ນເປັນມື້ລະ 2.000 ຄົນ ໂດຍນັບຕັງແຕ່ວັນທີ 9-21 ພຶດສະພາ ມີຄົນເດີນທາງເຂົ້າອອກປະມານ 30,000 ຄົນ.

ເນື່ອງຈາກສະພາບເສດຖະກິດ ສປປ ລາວຕ່ຳລົງ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ເຮັດໃຫ້ລາຄາຂອງນ້ຳມັນເຊື້ອໄຟໃນປະເທດລາວເພີ່ມຂຶ້ນສູງ ໂດຍລື່ນກັນໃນລາຄາ 10 ບາດ

ເຮັດໃຫ້ຜູ້ປະກອບການບາງຄົນທີ່ບັນທຸກສິນຄ້າສວຍໂອກາດລັກລອບເອົານ້ຳມັນໄປຂາຍຖັງລະ 30 ລິດ ໂດຍຂ້າມມາຂາຍໃນລາວ ແລະ ເຮັດໃຫ້ສາມາດຈັບໄດ້ 2-3 ຄົນ ໂດຍປະມານ 500-600 ລິດ, ເຊິ່ງການກະທຳນີ້ເປັນການກະທຳທີ່ຜິດກົດໝາຍ ຖ້າເຈົ້າໜ້າທີ່ໄດ້ກວດເຫັນສາມາດຈັບໄດ້ທັນທີ

ທີ່ມາ: ລາວໂພສ Laospost

Leave a Reply

Your email address will not be published. Required fields are marked *

Back to top button