ເຜີຍສາເຫດ ທີ່ເຮືອຫລົ້ມ ຢູ່ແຂວງຈຳປະສັກ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ

ຈາກເຫດການອຸບັດຕິເຫດເຮືອ 12 ສີພາຍຫລົ້ມ ຫລັງຈາກກັບຈາກການເຂົ້າຮ່ວມແຂ່ງຂັນຊ່ວງເຮືອທີ່ ບ້ານແຊລະບໍາ, ເມືອງຊະນະສົມບູນ, ແຂວງຈໍາປາສັກ ໃນວັນທີ 9 ຕຸລາ 2022 ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

ທ່ານ ສອນສະຫວັນ ສີວິໄລ, ເຈົ້າເມືອງຊະນະສົມບູນ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 11 ຕຸລານີ້ ວ່າ:

ເຮືອດັ່ງກ່າວ ແມ່ນ 1 ໃນຈໍານວນ 21 ລໍາ ທີ່ເຂົ້າຮ່ວມແຂ່ງ ຂັນຊ່ວງເຮືອປະຈໍາປີທີ່ຈັດຂຶ້ນຢູ່ ບ້ານແຊລະບໍາ, ເຊີ່ງພາຍຫລັງສໍາເລັດການແຂ່ງຂັນເຮືອແຕ່ລະລໍາໄດ້ກັບບ້ານໃນຕອນແລງຂອງວັນດຽວກັນ,

ໃນນັ້ນ ສະເພາະລໍາທີ່ເກີດເຫດແມ່ນເຮືອຂອງ ບ້ານແຊລະບໍາ ທີ່ມີທັງໝົດ 8 ຄົນພາຍເຮືອກັບບ້ານ ເມື່ອໄປຮອດຈຸດເກີດເຫດເຊີ່ງເປັນແກ້ງຢູ່ນໍ້າເຊໂດນ, ເຮືອລໍາດັ່ງກ່າວບໍ່ໄປຕາມແກ້ງນ້ອຍທີ່ມີນໍ້າໄຫລບໍ່ແຮງຕາມທີ່ເຄີຍໄປ,

ແຕ່ເລືອກໄປທາງແກ້ງໃຫຍ່ທີ່ມີນໍ້າໄຫລແຮງ ຈິ່ງເຮັດໃຫ້ກະແສນໍ້າພັດເອົາໂຕເຮືອໄປຕໍາໃສ່ໂງ່ນຫີນໃຫຍ່ຈົນເຮືອແຕກຫັກແລ້ວຫລົ້ມລົງນໍ້າ ເຮັດໃຫ້ມີຜູ້ສູນຫາຍ 1 ຄົນ.

ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ໜ່ວຍກູ້ໄພຂອງແຂວງໄດ້ພ້ອມກັນຄົ້ນຫາຈົນມາຮອດວັນທີ 10 ຕຸລາ ຈິ່ງພົບສົບຜູ້ເສຍຊີວິດ ເຊີ່ງເປັນປະຊາຊົນ ບ້ານແຊລະບໍາ ຊື່ ທ້າວ ອາກອນ, ອາຍຸ 38 ປີ.

ຈາກນັ້ນ ອົງການປົກຄອງບ້ານ ແລະ ຍາດພີ່ນ້ອງຜູ້ເສຍຊີວິດໄດ້ຈັດພິທີຊາປະນາກິດສົບໃນວັນທີ 11 ຕຸລານີ້, ສ່ວນອົງປົກຄອງເມືອງໄດ້ມີນະໂຍບາຍຕໍ່ຄອບຄົວຜູ້ກ່ຽວຕາມຄວາມເໝາະສົມ ແລະ ເງື່ອນໄຂຕົວຈິງ.

ທ່ານໃຫ້ຮູ້ຕື່ມວ່າ: ຖອດຖອນບົດຮຽນຈາກເຫດການທີ່ເກີດຂຶ້ນຄັ້ງນີ້, ອົງການປົກຄອງເມືອງຈະແຈ້ງເຕືອນ ແລະ ແນະນໍາໃຫ້ບັນດາບ້ານທີ່ຈະຈັດການແຂ່ງຂັນຊ່ວງເຮືອ ກໍຄື ຈັດງານຕ່າງໆ ໃນຕໍ່ໜ້າ ຕ້ອງມີມາດຕະການ ຫລື

ການແນະນໍາປະຊາຊົນມີສະຕິປ້ອງກັນປະກົດການຫຍໍ້ທໍ້ໃຫ້ສູງກວ່າເກົ່າ ເພື່ອປ້ອງກັນຄວາມສູນເສຍທັງຊີວິດ ແລະ ຊັບສິນຂອງປະຊາຊົນທີ່ອາດຈະເກີດຂຶ້ນ.

ຄລີບຄົ້ນຫາ

ຈາກ: FM 90 ລາຍງານ

Leave a Reply

Your email address will not be published. Required fields are marked *

Back to top button