ເ​ປັນພໍ່​ລ້ຽງ​ດ່ຽວກໍ​ດີ​ຢູ່​ແລ້ວ ​ບໍ່​ຈໍາ​ເປັນ​ຕ້ອງ​ມີ​ແມ່​ຂອງ​ລູກ​ກະ​ໄດ້

ຄືຊິບໍ່ມີໃຜທີ່ບໍ່ຮູ້ຈັກ ພະເອກຊື່ດັ່ງ ລາກຫລາຍຄວາມສາມາດຄືຫມຸ່ມ “ສອນລາມ” ທີ່ມີຜົນງານໃຫ້ເຮົາໄດ້ຮັບຊົມຢ່າງຫລວງຫລາຍ ຍ້ອນດີກີຄວາມລໍ່ຂອງຫນຸ່ມນັ້ນ

ຄືຊິປະຕິເສດບໍ່ໄດ້ວ່າຊິບໍ່ມີສາວໆ ເຂົ້າມາດູແລຫົວໃຈຢ່າງຫລວງຫລາຍ ແຕ່ສຸດທ້າຍ ພໍ່ຫນຸ່ມ ກໍຕ້ອງຫຍຸດໃຫ້ກັບສາວຕົວນ້ອຍ “ວີຈີ” ລູກສາວສຸດທີ່ຮັກຂອງເຂົາ ຫລາຍໆຄືຊິຮູ້ເລື່ອງລາວທີ່ຜ່ານມາຂອງຫນຸ່ມ ແລະ ພັນລະຍາຂອງເຂົາ “ຕິ໊ກ ບິ໊ກບຣາເທີ້”

ເຊິ່ງໄດ້ຄົບຫາດູໃຈ ຈົນມີລູກສາວທີ່ຫນ້າຮັກຄົນຫນຶ່ງ ແຕ່ເສັ້ນທາງຄວາມຮັກຂອງທັງຄູ່ກໍ່ບໍ່ງ່າຍ ທັງຄູ່ໄດ້ແຍກທາງກັນ ເຖິງວ່າຈະຈົບແບບບໍ່ສວຍງາມ

ແຕ່ຄວາມຮູ້ສຶກຂອງນ້ອງ “ວີຈີ” ສຳຄັນທີ່ສຸດ ຕອນນີ້ທາງຫນຸ່ມສອນລາມ ໄດ້ເປັນພໍ່ລ້ຽງດ່ຽວເຕັມໂຕ ເຊິ່ງພໍ່ຫນຸ່ມ ຈະເປັນຝ່າຍດູແລລູກສາວດ້ວຍໂຕເອງ

ແລະ ໃຫ້ລູກສາວພົບໄດ້ພົບເຈີແມ່ເດືອນລະສອງເທື່ອ ເພາະບໍ່ຢາກໃຫ້ນ້ອງວີຈີຮູ້ສຶກວ່າບໍ່ມີແມ່ ເຊິ່ງທາງຫມຸ່ນໄດ້ຊີ້ແຈງວ່າບໍ່ແມ່ນວ່າບໍ່ຢາກໃຫ້ທັງສອງແມ່ລູກໄດ້ເຈີກັນ ແຕ່ເນື່ອງຈາກຕອນນີ້ວຽກງານຫລາຍ ເລີຍບໍ່ມີເວລາພາລູກສາວໄປຫາຕະຫລອດ

ແຕ່ໃນອະນາຄົດຄືຈະໄດ້ເຈີກັນຫລາຍຂຶ້ນກວ່ານີ້ແນ່ນອນ ແຕ່ໃນຕອນນີ້ກໍຈະໄດ້ເຈີກັບແບບໄປຕອນເຊົ້າຕອນແລງກັບ ແລ້ວແຕ່ຄວາມສະດວກຂອງທັງສອງຄົນນຳ ແຕ່ຍັງບໍ່ໃຫ້ຢູ່ຄ້າງຄືນ ຕອນນີ້ເລື່ອງການລ້ຽງດູຫນຸ່ມສອງລາມເປັນຄົນອອກເອງທັງຫມົດ

ແຕ່ໃນຖານະພໍ່ ແລະແມ່ ຕິ໊ກຢາກຊ່ວຍເຫລື່ອຫຍັງ ທີ່ເປັນຜົນດີຕໍ່ກັບນ້ອງວີຈີ ກະສາມາດຊ່ວຍໄດ້ຫມົດ ບໍ່ໄດ້ຫ້າມຢູ່ແລ້ວ ອັນໃດທີ່ສະເຫນີມາຫມຸ່ມກໍຮັບໄວ້ຫມົດ ຖ້າບໍ່ວ່າງກໍໃຫ້ທີ່ປຶກສາທາງກົດຫມາຍດູແລໃຫ້ ບໍ່ມີທາງປ່ອຍປະລະເລີຍຢ່າງແນ່ນອນ

ເພາະເຂົ້າໃຈວ່າຮັກລູກຄືກັນ ຕອນນີ້ກໍດຸຫມັ່ນຕັ້ງໃຈເຮັດວຽກງານ ເພື່ອທີ່ຈະລ້ຽງດູນ້ອງວີຈີໃຫ້ດີທີ່ສຸດ ແລະຈະເຮັດຫນ້າທີ່ຄົນເປັນພໍ່ໃຫ້ດີທີ່ສຸດຄືກັນ.

Leave a Reply

Your email address will not be published. Required fields are marked *

Back to top button