ລາຍລະອຽດ ຜູ້ຄ້າຢາເສບຕິດ ຍິງຕໍາຫຼວດເສຍຊີວິດ

ໃນຄັ້ງວັນທີ 14 ກັນຍາ 2022, ເປົ້າຫມາຍຢາເສບຕິດໃຊ້ປືນແກັບຍິງເຈົ້າໜ້າທີ່ຕຳຫຼວດເສຍຊີວິດ 1 ສະຫາຍໃນຂະນະປະຕິບັດໜ້າທີ່, ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນທີ່ບ້ານນາຄາ ເມືງຊຳເຫນືອ ແຂວງຫົວພັນ.

ເຈົ້າຫນ້າທີ່ ປກສ ເມືອງຊຳເຫນືອ ໃຫ້ຂໍ້ມູນວ່າ : ໃນວັນທີ 12 ກັນຍາ 2022 ກອງບັນຊາການ ປກສ ເມືອງຊຳເໜືອ ໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ພະແນກສັນຕິບານ, ພະແນກ 504 ລົງສົມທົບເຮັດວຽກກັບ ປກສ ກຸ່ມບ້ານຂາງຄໍາ

ລົງເກັບກຳຂໍ້ມູນ ເພື່ອແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນກຸ່ມບ້ານຊາງຄຳ ໂດຍສະແມ່ນແກ້ໄຂບັນຫາຢາເສບຕິດ ແລະ ສະພາບການອື່ນໆ ທີ່ກ່ຽວພັນເຖິງຄວາມບໍ່ສະຫງົບ ທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

ຕົກມາຮອດເວລາ 4:00 ເຊົ້າຂອງວັນທີ 14 ກັນຍາ 2022 ທີມງານ ປກສ ເມືອງຊຳເໜືອ ໄດ້ສົມທົບກັບ ປກສ ກຸ່ມບ້ານຊາງຄຳ ອອກກວດກາພິສູດເເຫຼ່ງຂ່າວ ຕາມພົນລະເມືອງດີລາຍງານ ວ່າມີບຸກຄົນ ມີການເຄື່ອນໄຫວກ່ຽວກັບບັນຫາຢາເສບຕິດ ແລະ

ມີອາວຸດລ່າເນື້ອໄວ້ໃນຄອບຄອງ ເມື່ອທີມງານເດີນທາງໄປໃກ້ຊິຮອດຄຸ້ມພູປຽດປະມານ 900 ແມັດ, ໄດ້ເຫັນຊາຍຄົນໜຶ່ງບໍ່ຮູ້ຊື່ ຖືອາວຸດລ່າເນື້ອປະເພດປືນແກັບ ຍ່າງປົນກັບນັກຮຽນກຳລັງຍ່າງໄປເຂົ້າໂຮງຮຽນ.

ຈາກນັ້ນເຈົ້າໜ້າທີ່ ປກສ ກຸ່ມບ້ານ ໄດ້ສະແດງໂຕ ຈະກວດກາຊາຍທີ່ຖືອາວຸດລ່າເນື້ອນັ້ນ ພໍຍ່າງໄປຮອດຫ່າງຈາກຊາຍຄົນນັ້ນປະມານ 3 ແມັດ, ຊາຍຄົນດັ່ງກ່າວໄດ້ໃຊ້ປືນແກັບທີ່ຜູ້ກ່ຽວຖືຢູ່ຍິງໃສ່ ຮອ ຊອມ ສີສົມທອງ ໄດ້ຮັບບາດເຈັບສາຫັດ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ເອົາຕົວເຈົ້າໜ້າທີ່ ທີ່ຖືກຍິງສົ່ງໂຮງໝໍແຂວງຫົວພັນ ແລະ ຜູ້ກ່ຽວໄດ້ເສຍຊີວິດໃນເວລາຕໍ່ມາ.

ປັດຈຸບັນ ກອງບັນຊາການ ປກສ ແຂວງຫົວພັນໄດ້ແຕ່ງຕັ້ງອົງການວິຊາສະເພາະລົງກວດກາລົງສະຖານທີ່ເກີດເຫດລົງເກັບກຳຂໍ້ມູນ ສືບສວນ – ສອບສວນຊອກຄົ້ນຫາຜູ້ກະທໍາຜິດມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ສຳລັບການປະຕິບັດນະໂຍບາຍຕໍ່ສະຫາຍນາຍຕຳຫຼວດທີ່ເສຍຊີວິດ, ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກະຊວງ ປກສ ແມ່ນກຳລັງເລັ່ງໃຫ້ການຊ່ວຍເຫຼືອ ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວຢ່າງເຕັມທີ່.

ພວກເຮົາກຳລັງ ປກສ ຂໍສະແດງຄວາມເສຍໃຈຕໍ່ການຈາກໄປຂອງສະຫາຍ ຮອ ຊອມ ສີສົມທອງ, ສະຫາຍຄືຜູ້ກ້າທີ່ເສຍຫຼະເລືອດເນື້ອ ແລະ ຊີວິດເພື່ອຄວາມສະຫງົບສຸກຂອງປະເທດຊາດ ແລະ ຄຸນງາມຄວາມດີຂອງສະຫາຍຈະຍັງຄົງຢູ່ຕະຫຼອດໄປ.

ຂ່າວ: ໜັງສືພິມຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *

Back to top button