ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດລັດ

ລັດຖະບານ: ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດລັດໃນໂອກາດດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2022 ໃນວັນທີ 30 ພຶດສະພາ 2022

ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າ ມີຄວາມຄືບໜ້າດີສົມຄວນ ທັງນີ້ ກໍ່ເພື່ອເປັນການຜັນຂະຫຍາຍ ບຸກທະລຸປະຕິບັດນະໂຍບາຍປະຢັດ

ເພື່ອມີທຶນຮອນເຂົ້າໃສ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ທັງເປັນການຄຸ້ມຄອງຊັບສິນຂອງລັດເຂົ້າສູ່ລະບຽບການ, ໃນນັ້ນ ໄດ້ສຳເລັດການອອກຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍລົດຂອງລັດ, ປັບປຸງແບບຟອມສະ ຖິຕິລົດແຕ່ລະປະເພດ;

ສຳເລັດການເຜີຍແຜ່ ດຳລັດ 599/ລບ ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ບັນດາກະຊວງ ແລະ ອົງ ການຈັດຕັ້ງ ພັກ-ລັດ ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈໍານວນ 5 ຄັ້ງ ໂດຍການເຜີຍແຜ່ໃຫ້ບັນດາກະຊວງ ແລະ ຂະແໜງການ ແມ່ນຈັດຢູ່ນະຄອນຫຼວງວຽງຈັນ,

ສ່ວນຢູ່ທ້ອງຖິ່ນແມ່ນຈັດຢູ່ ແຂວງບໍລິຄໍາໄຊ, ແຂວງຈໍາປາສັກ, ແຂວງຫຼວງນໍ້າທາ ແລະ ແຂວງຫຼວງພະບາງ.ການຍົກສູງປະສິດທິຜົນ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດ ທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ,

ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາໃນການຈັດຕັ້ງປະຕິບັດຕົວຈິງ ພາຍຫຼັງທີ່ໄດ້ສໍາເລັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະ ຕິບັດໃນຄັ້ງວັນທີ 17 ພຶດສະພາ 2022 ແມ່ນສາມາດຈັດຕັ້ງປະຕິບັດໄດ້ບັນດາໜ້າ ວຽກ ເປັນຕົ້ນ ໄດ້ດຳເນີນການຖອນລົດປະຈໍາຕໍາ ແໜ່ງຈຳນວນ 10 ຄັນ ຈາກການນຳລະດັບສູງ; ພ້ອມດຽວກັນ ກໍໄດ້ຈັດສັນ, ຊັບຊ້ອນ, ດຸ່ນດ່ຽງ ລົດທີ່ໄດ້ຖອນມາແລ້ວ ແລະ ທີ່ມີຢູ່ ໃຫ້ບັນດາກະຊວງ, ແລະ

ອົງການຈັດຕັ້ງ ພັກ-ລັດ ທີ່ຍັງຂາດເຂີນ ຈຳນວນ 17 ຄັນ; ກະຊວງການເງິນ ໄດ້ສຳເລັດໂດຍພື້ນຖານການອອກແບບສະຕິກເກີ ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະ ເພາະ ເພື່ອຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.ສະເພາະຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ສຳເລັດການຈັດ ຕັ້ງປະຕິບັດດຳລັດ 599/ລບ ໂດຍພື້ນຖານ ເຊິ່ງໃນນີ້ ລັດຖະມົນຕີ,

ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີລົດເກັງຄັນດຽວ ສ່ວນລົດຈິບ ແມ່ນໄດ້ຖອນເຂົ້າບັນຊີລວມແລ້ວ; ຮອງລັດຖະມົນຕີ 02 ທ່ານ ໄດ້ສືບຕໍ່ນຳໃຊ້ລົດເກັງ ແຄມມະລີ 2.0, ອີກ 02 ທ່ານ ແມ່ນຍັງບໍ່ທັນມີລົດປະຈຳຕຳແໜ່ງ, ຮອງລັດຖະມົນຕີ ທັງ 04 ທ່ານ ບໍ່ມີຄົນຂັບລົດປະຈຳ ຍົກເວັ້ນກໍ ລະນີລົງທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ວຽກທາງລັດຖະການ ຈຶ່ງມີພະນັກງານຂັບລົດ;

ໄດ້ຊຳລະສະສາງລົດປະຈຳຕຳແໜ່ງຂັ້ນກົມ 27 ຄັນ, ຂັ້ນກົມໄປວຽກທາງການ ຢູ່ສູນກາງ ແລະ ທ້ອງຖິ່ນ ແມ່ນນຳໃຊ້ລົດຮັບໃຊ້ທາງລັດຖະການປະເພດລົດຕູ້, ກະບະ, ລົດເກັງ ແລະ ລົດຈິບຂະໜາດນ້ອຍ. ນອກຈາກນັ້ນ ໄດ້ນຳໃຊ້ສະຕິເກີ ລົດຮັບໃຊ້ວຽກ

ທາງການ ຕິດໃສ່ຈຳນວນ 10 ຄັນໃນນີ້ ມີລົດຕູ້ 05 ຄັນ, ລົດເກັງ 03 ຄັນ ແລະ ລົດກະບະ 02 ຄັນ ແລ້ວ.ສຳລັບວຽກຈຳນວນໜຶ່ງທີ່ຕ້ອງເຮັດສຳ ເລັດ ພາຍໃນເດືອນ ມິຖຸນາ 2022 ແມ່ນຈະໄດ້ສືບຕໍ່ເກັບກໍາສະຖິຕິລົດແຕ່ລະປະ ເພດຈາກທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຢ່າງລະອຽດ

ໂດຍແຕ່ງຕັ້ງທີມງານວິຊາການລົງຕິດຕາມຊຸກຍູ້ ແລະ ກວດກາຂໍ້ມູນສະຖິຕິລົດຕົວຈິງ ຢູ່ນຳແຕ່ ລະພາກສ່ວນ; ສືບຕໍ່ຈັດສັນປະເພດລົດບໍລິຫານ ແລະ ລົດວິຊາສະເພາະ, ຖອນ, ດຸ່ນດ່ຽງ ແລະ ຊຳລະສະສາງ ລົດແຕ່ລະປະເພດຢູ່ຂັ້ນສູນກາງ.ທັງໝົດນັ້ນ ແມ່ນເພື່ອສືບຕໍ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ໃຫ້ສຳເລັດຕາມ

ຄາດໝາຍທີ່ກຳນົດໄວ້ ປະ ກອບສ່ວນໃນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະ ກິດ- ການເງິນ ໃຫ້ເປັນຮູບປະທຳ ຕົວຈິງ, ປະ ກອບສ່ວນເຂົ້າໃນການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະ

ການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ ທີ່ບໍ່ຈຳເປັນ ໃນການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະ ເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

Leave a Reply

Your email address will not be published. Required fields are marked *

Back to top button