ເຮືອບິນຕົກ ຢູ່ເນປານ ມີຜູ້ເສຍຊີວິດ 22ຄົນ

ຂປລ.​ຕາມ​ຂ່າວ​ຈາກ ​ກັດ​ມັນ​ດູ, ວັນ​ທີ30 ພຶດສະພາ​ນີ້, ກອງທັບ​ ເນ​ປານ ຢືນຢັນ​ວ່າ: ​ເຮືອບິນ ​ໂດຍສານ​ຂອງ Tara Air ​ຕົກລົງ ​ໃນ​ເຂດ​ພູ​ ທາງ​ຕາ​ເວັນ​ຕົກ​ ຂອງ​ປະ​ເທດ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 22ຄົນ​

​ໃນ​ນີ້ ​ມີ​ຜູ້​ໂດຍສານ 19ຄົນ ​ແລະ ລູກ​ເຮືອນ​ອີກ 3ຄົນ ຫລັງ​ຈາກ ​ຂາດ​ການ​ຕິດ​ຕໍ່​ ກັບ​ຫໍ​ບັງຄັບ​ ການບິນ ​ໃນທ້າຍ​ອາທິດ ​ຜ່ານ​ມາ ລະຫວ່າງ ​ການ​ເດີນທາງ​ຈາກ ​ເມືອງ​ໂປຄາຣາ(Pokhara) ຊຶ່ງ​ເປັນໜຶ່ງ ​ໃນ​ເມືອງ​ທ່ອງ​ທ່ຽວ ຫ່າງ​ຈາກ ນະຄອນ ຫລວງ ​ກັດ​ມັນ​ດູ ​ໄປ​ທາງ​ ຕາ​ເວັນ​ຕົກ ປະມານ 125 ກິ​ໂລ​ແມັດ

ມຸ່ງ​ໜ້າ​ ໄປ​ຍັງ​ເມືອງ ຈອມ​ຊອນ (Jomson) ທີ່​ມີ​ລັກສະນະ ​ເປັນ​ພູດ​ອຍ ຫ່າງ​ຈາກ​ ເມືອງ​ໂພຄາຣາ ປະມານ 8 ກິ​ໂລ​ແມັດ. ຂະນະ​ນີ້ ​ເຈົ້າໜ້າ​ທີ່ ກ່ຽວຂ້ອງ ພວມ​ກູ້ ​ຊາກ​ເຮືອບິນ​ແລ້ວ./. (ພາກ​ຂ່າວ ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button