ລົດໂດຍສານຕົກເຫວຢູ່ອິນເດຍ ມີຜູ້ເສຍຊີວິດ 26ຄົນ
ຂປລ.ຕາມຂ່າວຈາກ ມຸມໄບ,ວັນທີ16 ຜ່ານມານີ້,ເຈົ້າໜ້າທີ່ ຕຳຫລວດ ອິນເດຍ ລາຍງານວ່າ:
.
ເກີດອຸບັດເຫດ ລົດໂດຍສານ ຕົກລົງເຫວ ທາງພາກເໜືອ ຂອງອິນເດຍ ເຮັດໃຫ້ມີ ຜູ້ເສຍຊີວິດ 26ຄົນ ແລະ ບາດເຈັບໜັກອີກ 4ຄົນ ຈາກຜູ້ໂດຍສານ ທັງໝົດ 30ຄົນ.
ປັດຈຸບັນ ທ່ານ ເຣນທຣາ ໂມດີ,ນາຍົກ ລັດຖະມົນຕີ ອິນເດຍ ປະກາດ ອະນຸມັດ ຈ່າຍເງິນ ຊົດເຊີຍ ໃຫ້ແກ່ ຄອບຄົວ ຜູ້ເສຍຊີວິດ ຈາກເຫດການ ໃນຄັ້ງນີ້ ລາຍລະ 20.000 ຣູປີ ແລະ ຈ່າຍເງິນ ໃຫ້ຜູ້ບາດເຈັບ ລາຍລະ 50.000ຣູປີ.
.
ສ່ວນສາເຫດ ພວມ ຢູ່ໃນຂະບວນການ ສືບສວນ ສອບສວນ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ.. (ພາກຂ່າວ: ຕ່າງປະເທດ)
.
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ