ບັນດານາຍພົນໃນດອນບາສ ປະຕິເສດທີ່ຈະຟັງການບັນຊາຈາກຄຽບ

ບັນດານາຍພົນໃນດອນບາສ ປະຕິເສດທີ່ຈະຟັງການບັນຊາຈາກຄຽບ ເພາະບັນຊາແບບບໍ່ມີຍຸດທະສາດສູ້ຮົບໃດໆ ພໍໄດ້ແຕ່ຕົວະໄປວັນໆ

ວ່າຜູ້ນັ້ນຜູ້ນີ້ຈະມາຊ່ວຍ ແຕ່ບໍ່ເຄີຍມີສິ່ງຊ່ວຍເຫຼືອໃດມາເຖິງມືພວກເຂົາ ຖືກປ່ອຍໃຫ້ສູ້ຕາຍຕາມລຳພັງ ໃຊ້ອາວຸດພື້ນໆເກົ່າໆ ບໍ່ມີປືນໃຫຍ່ປືນກົນ ບໍ່ມີຈະຫຼວດຕໍ່ຕ້ານ

ຂາດອາຫານການກິນ ເງິນເດືຶອນບໍ່ຈ່າຍ ວັນໆພໍໄດ້ແຕ່ມ້ຽນສົບເພື່ຶອນໆທີ່ຕາຍ ຈາກການດ່ຽວລູກຍາວຂອງຣັສເຊຍ.. ເປັນໃຜຈະທົນໄດ້ ອອກໄປຍອມດີກວ່າ..

(ພັດວ່າ)

ສ່ວນດ້ານຣັສເຊຍ ກໍສູ້ໄປນຳຜີວປາກພ້ອມ ບໍ່ໄດ້ຟ້າວໄດ້ຝັ່ງ 3 ເດືອນແລ້ວ ຄືບຄານໄດ້ພຽງໃດກໍພຽງນັ້ນ ຄ່ອຍຫຼິ້ນຄ່ອຍກິນບຸນບ້ານເຮົາເອງ..

ກະຊວງປ້ອງກັນຊາດເຜີຍວ່າ ປະຕິບັດການໃນຢູເຄຣນຄັ້ງນີ້ ຣັສເຊຍນຳໃຊ້ຊັບພະຍາກອນທາງທະຫານພຽງ 10% ຂອງທີ່ມີ ບໍ່ວ່າຈະເປັນຍານເກາະ ລົດຖັງ ຍົນຮົບ ກຳລັງພົນ ແລະອື່ນໆ

ເຖິງຈະມີການເລັ່ງຜະລິດອາວຸດ ແລະຮັບສະໝັກກຳລັງພົນເພີ່ມ ກໍເພື່ອໄວ້ສຳລັບສົງຄາມທີ່ອາດຂະຫຍາຍກວ້າງອອກໄປ..

ຮ້ານໄປກວ່ານັ້ນ ທະຫານຢູ່ເຄຮນ ໃນພື້ນທີ່ສູ້ຮົບ ກ່າວວ່າ”ຈະອົດທົນຮອດມື້ໃດ໋,ຈະສູ້ໄປເພື່ອຫຍັງ ເພາະບໍ່ມີການຊ່ວຍເຫລືອ.?​ “​ທະຫານຢູເຄນຜິດຖຽງກັນ​ ຢາກໜີກໍ່ໜີບໍ່ໄດ້ ເບິ່ງແລ້ວກໍ່ຄິດອີ່ດູ ສູ້ກໍ່ຕາຍ,ໜີກໍ່ຕາຍ

ຊົມຄລີບ

ຂອບໃຈທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button