ລາວ ທົດສອບຍິງຂີປານາວຸດປ້ອງກັນອາກາດ.

ໃນວັນທີ 29 ພຶດສະພາ 2022 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ສ. ເບລາຣຸສ ໄດ້ທົດສອບສະມັດຕະພາບຍິງລູກສອນໄຟ ( ຂີປານາວຸດ )ປ້ອງກັນອາກາດ C 125 – 2TM ຢູ່ພາກສະໜາມຕົວຈິງ.

ພົນຈັດຕະວາ ສົມພອນ ມິດຕະພາບ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຮັບຜິດຊອບຊີ້ນຳທົດສອບສະມັດຕະພາບຍິງລູກສອນໄຟ ຄັ້ງນີ້ ໄດ້ໃຫ້ຮູ້ວ່າ: ຜ່ານການເຝິກແອບເປັນໄລຍະເວລາ 2 ເດືອນຜ່ານມາ

ພະນັກງານວິຊາການກອງພັນໃຫຍ່ປ້ອງກັນອາກາດກອງທັບປະຊາຊົນລາວ ໄດ້ຮຽນຮູ້ການນຳໃຊ້ອຸປະກອນເຕັກນິກການທະຫານ ທີ່ທັນສະໄໝ ເປັນຕົ້ນແມ່ນ ລູກສອນໄຟປ້ອງກັນອາກາດ ແລະ ສູນບັນຊາເຄື່ອນທີ່, ຍຸດທະວິທີ, ຮູບແບບ ແລະ

ບັນດາວິທີການນຳໃຊ້ ລະບົບລູກສອນໄຟປ້ອງກັນອາກາດ, ອຸປະກອນສືບຂ່າວ ໃນການສູ້ຮົບຂອງເຫຼົ່າຮົບປ້ອງກັນອາກາດ.

ການຍິງລູກສອນໄຟ ແມ່ນຂັ້ນຕອນທີ່ສຳຄັນທີ່ສຸດໃນການຝຶກແອບ ແລະ ດັບສູນເປົ້າໝາຍ ຢ່າງມີປະສິດທິພາບ.

ໂດຍ: ເຄນໄຊ

Leave a Reply

Your email address will not be published. Required fields are marked *

Back to top button