ສົງຄາມ ຣັດເຊຍ-ຢູເຄຣນ ເຮັດໃຫ້ປະຊາຊົນເສຍຊີວິດຫຼາຍກວ່າ 1.500 ຄົນ

ນາຍົກລັດຖະມົນຕີເມືອງເຊເວໂລໂດເນສ ກ່າວວ່າ: ກຳລັງກອງທັບຣັດເຊຍໄດ້ໂຈມຕີເມືອງເຊເວໂລໂດເນສ ຢ່າງໜັກໜ່ວງ ເຮັດໃຫ້ຄົນເສຍຊີວິດຫຼາຍເຖິງ 1.500 ຄົນ ບ້ານເຮືອນພັງໄປ 60%.

ໃນວັນທີ 27 ພຶດສະພາ ອັລຈາຊີຣາ ລາຍງານວ່າ: ນາຍົກລັດຖະມົນຕີເມືອງເຊເວໂລໂດເນສ ໃນແຂວງລູຮານ ທາງຕະເວັນອອກຂອງຢູເຄຣນ ໄດ້ເຮັດໃຫ້ຮູ້ວ່າ ກອງທັບຣັດເຊຍໂຈມຕີເມືອງ ເຊິ່ງເປັນສາເຫດທີ່ເຮັດໃຫ້ປະຊາຊົນເສຍຊີວິດຢ່າງໜ້ອຍ 1.500 ຄົນ ແລະ ມີແຕ່ປະຊາຊົນ 12 ຄົນເທົ່ານັ້ນທີ່ໄດ້ຖືກອົບພະຍົບອອກມາໃນວັນພະຫັດທີ່ຜ່ານມານີ້.

ນາຍົກລັດຖະມົນຕີເມືອງເຊເວໂລໂດເນສ ທີ່ຢູ່ໃນເຂດດອນບາສ ກ່າວວ່າ: ຂະນະນີ້ຍັງມີປະຊາຊົນປະມານ 12.000-13.000 ຄົນ ຍັງຕິດຄ້າງຢູ່ໃນເມືອງ, ໃນຂະນະທີ່ບ້ານເຮືອນຖືກທຳລາຍໄປແລ້ວປະມານ 60%.

ປະທານາທິບໍດີຂອງຢູເຄຣນທານ ເຊເລນສກີ ເວົ້າວ່າ: ການຮຸກຮານໃນເຂດດອນບາສ ຂອງກອງທັບຣັດເຊຍ ອາດເຮັດໃຫ້ຂົງເຂດນີ້ເປັນເຂດທີ່ບໍ່ມີຄົນອາໄສຢູ່ ໂດຍກອງກຳລັງຣັດເຊຍຕ້ອງການໃຫ້ຫຼາຍເມືອງໃນເຂດດອນບາສກາຍເປັນ ຂີ້ຖ່ານ.

ທີ່ມາ: ລາວໂພສ-LAOSPOST

Leave a Reply

Your email address will not be published. Required fields are marked *

Back to top button