ແຈ້ງການສຳລັບການຊື້ຂາຍລົດ ຕ້ອງຊໍາລະເງິນຊື້-ຂາຍຜ່ານລະບົບທະນາຄານເທົ່ານັ້ນ

ເຖິງ: ບັນດາຫ້າງຮ້ານບໍລິສັດ, ຕົວແທນຂາຍລົດ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເລື່ອງ: ການຈັດຕັ້ງປະຕິບັດ ການຊໍາລະເງີນຊື້-ຂາຍ ຍານພາຫະນະທາງບົກ ຜ່ານລະບົບທະນາຄານ.

ອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ນະຄອນຫລວງ ສະບັບເລກທີ 19145/ຍທຂ, ລົງວັນທີ 24.08.2018.

ອີງຕາມແຈ້ງການຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບການຊື້ຂາຍພາຫະນະທາງບົກ ຜ່ານລະບົບ ທະນາຄານ, ສະບັບເລກທີ 08153/ ຍທຂ.ຫກ, ລົງວັນທີ 07.04.2022

ອີງຕາມໜັງສືສະເໜີ ຂອງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ສະບັບເລກທີ 0540/ກພຂ.ນວ, ລົງວັນທີ 20.05.2022

ອີງຕາມການຄົ້ນຄວ້າປຶກສາຫາລື ເຫັນດີເປັນເອກະພາບກັນ ຂອງຄະນະພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອ ປະຕິບັດຕາມແຈ້ງການ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 08153/ຍທຂ.ຫກ ກ່ຽວກັບ ການຈັດຕັ້ງປະຕິບັດ ການຊຳລະເງິນຊື້-ຂາຍ ຍານພາຫະນະທາງບົກ ຜ່ານລະບົບທະນາຄານ ແລະ ເພື່ອຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂເສດຖະກິດ-ການເງິນ ຕາມທິດຂອງລັດຖະບານ.

ສະນັ້ນ, ເລີ່ມແຕ່ວັນທີ 1 ມິຖຸນາ 2022 ເປັນຕົ້ນໄປ ການປະກອບເອກະສານ ຂໍອະນຸຍາດຂຶ້ນທະບຽນ ໂອນກຳມະສິດຍານພາຫະນະ ແມ່ນຕ້ອງປະກອບມີໃບຢັ້ງຢືນການຊຳລະເງິນ ຊື້-ຂາຍ ຜ່ານລະບົບທະນາຄານ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ

Leave a Reply

Your email address will not be published. Required fields are marked *

Back to top button