ຈີນເຕືອນອີກຮອບ! ສະຫະລັດ ຫຼີ້ນກັບໄຟ ຫຼັງໄບເດນປະກາດພ້ອມໃຊ້ກໍາລັງປົກປ້ອງໄຕ້ຫວັນ

ຈີນເຕືອນອີກຮອບ ! ສະຫະລັດ ຫຼີ້ນກັບໄຟ ຫຼັງໄບເດນປະກາດພ້ອມໃຊ້ກໍາລັງປົກປ້ອງໄຕ້ຫວັນ

ຄະນະລັດຖະມົນຕີຈີນ ອອກມາເຕືອນເມື່ອວັນທີ 23ພຶດສະພາ ວ່າ ສະຫະລັດ ກໍາລັງຫຼີ້ນກັບໄຟ ຫຼັງຈາກປະທານາທິບໍດີ ໂຈ ໄບເດນ ຂອງອາເມຣິກາ ປະກາດພ້ອມທີ່ຈະໃຊ້ກໍາລັງປົກປ້ອງໄຕ້ຫວັນ

ໃນກໍລະນີທີ່ປັກກິ່ງ ພະຍາຍາມເຂົ້າຍືດຄອງ ຕາມລາຍງານຂອງສື່ມວນຊົນແຫ່ງລັດ “ອາເມຣິກາ ກໍາລັງໃຊ້ໄຕ້ິຫວັນໃນການສະກັດກັ້ນຈີນ ແລະ ພວກເຂົາເອງຈະຖຶກເຜົາໄໝ້” ຈູ ເຟືອງຫຼຽນ ຄະນະຣັດທະມົນຕີຈີນໄດ້ກ່າວໄວ້

ວໍຊິງຕັນ ແລະ ບັນດາພັນທະມິດ ໃນນັ້ນລວມເຖິງຢີ່ປຸ່ນ ວາງມາດຕະການຕອບໂຕ້ ໜັກໜ່ວງທີ່ກໍານົດຫຼີ້ນງານຣັດເຊຍ ຈາກກໍລະນີທີ່ຮຸກຮານຢູເຄຣນ ໃນຖານະເປັນຄໍາເຕືອນຫາປະເທດອື່ນໆ ໂດຍສະເພາະຈີນ ຕໍ່ຄວາມເຄື່ອນໄຫວທາງທະຫານຝ່າຍໃດໜື່ງ.

ໃນຂະນະທີ່ ວໍ ຊິງຕັນ ຖຶກບັງຄັບຕາມກົດໝາຍໃຫ້ມອບຫົນທາງຕ່າງໆ ສໍາຫຼັບການປ້ອງກັນຕົນເອງໃຫ້ແກ່ໄຕ້ຫວັນ ແຕ່ພວກເຂົາມີນະໂຍບາຍ ທີ່ຄຸມເຄືອມາດົນວ່າຈະເຂົ້າແຊກແຊງທາງທະຫານ ຫຼື ບໍ ເພືອປົກປ້ອງໄຕ້ຫວັນໃນກໍລະນີທີ່ຖຶກຈີນໂຈມຕີ.

ທີ່ມາ: muanxon.com

Leave a Reply

Your email address will not be published. Required fields are marked *

Back to top button