ຕະຫລາດລາວອົດຊີ ໃຫ້ແຕ່ລະຮ້ານຄ້າ ເຮັດຜ້າຢາງກັນການສຳຜັດ ລະຫວ່າງ ລູກຄ້າ ແມ່ຄ້າ

ຕະຫລາດລາວອົດຊີ ວາງມາດຕະການເລີ່ມໃຫ້ແຕ່ລະຮ້ານຄ້າ ໃຫ້ເຮັດຜ້າຢາງກັນການສຳຜັດ ລະຫວ່າງ ລູກຄ້າ ແມ່ຄ້າ

ແລະ ຫລາຍຄົນທີ່ມາພົວພັນ ຕ້ອງຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ,ຫມັ່ນລ້າງມື ໃສ່ເຈວເປັນປະຈຳ.

ຂໍໃຫ້ແຕ່ລະຮ້ານທີ່ຕ້ອງການມາຂາຍເຄື່ອງ ຕ້ອງປະຕິບັດຕາມນະໂຍບາຍຂອງຕະຫລາດ ເພື່ອການປ້ອງກັນ ແລະ ໃຫ້ທຸກຄົນຢູ່ລອດ.

1.ຕ້ອງມີບັດຂຽວສັກວັກຊີນ

2.ຕ້ອງມີຜົນກວດໂຄວິດຢັ້ງຢືນ ດ້ວຍ RT-ATK ຫລື PCR

3.ແຕ່ລະຮ້ານຕ້ອງເຮັດຟີມຫລືຜ້າຢາງໃສກັນການສຳພັດ

4.ໃສ່ຜ້າປິດປາກຕະຫລອດ

5.ໃຜທີ່ຮູ້ສຶກເປັນໄຂ້ ຫລື ອຸນຫະພູມເກີນ 38 ອົງສາ ຫ້າມເຂົ້າ

Leave a Reply

Your email address will not be published. Required fields are marked *

Back to top button