ຈີນ-ຣັດເຊຍ ຄັດຄ້ານ ທີ່ ອາເມຣິກາສະເໜີ ໃຫ້ UN ອອກມາດຕະການຄວ່ຳບາດເກົາຫລີເຫນືອ

ຈີນ-ຣັດເຊຍ ໃຊ້ສິດທິວີໂຕ ຄັດຄ້ານຍັດຕິທີ່ ອາເມຣິກາຮ່າງສະເໜີຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງ UN ໃຫ້ອອກມາດຕະການຄວ່ຳບາດຕໍ່ເກົາຫຼີເໜືອ ເພື່ອທີ່ຈະລົງໂທດເກົາຫຼີເໜືອທົດສອບລູກສອນໄຟຂ້າມທະວີບ 6 ເທື່ອໃນປີນີ້.

ໃນວັນທີ 27 ພຶດສະພາ 2022 ທີ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງ 15 ປະເທດ ລົງມະຕິ 13 ຕໍ່ 2 ສຽງ ຕໍ່ຍັດຕິທີ່ຮ່າງຂຶ້ນ ແລະ ນຳສະເໜີໂດຍ ອາເມຣິກາ ເພື່ອຊຸກຍູ້ໃຫ້ມີການອອກມາດຕະການຄວ່ຳບາດຕໍ່ເກົາຫຼີເໜືອໃນຮອບໃໝ່

ທີ່ມີການທົດສອບອາວຸດ ລູກສອນໄຟ (Intercontinental Ballistic Missile-ICBM) ຈຳນວນ 6 ຄັ້ງໃນປີນີ້, ໂດຍການລົງມັດຕິເທື່ອນີ້ມີຈີນ ແລະ ຣັດເຊຍ ສະມາຊິກຖາວອນ 2 ໃນ 5 ປະເທດຂອງຄະນະມົນຕີຄວາມໝັ້ນຄົງ UN ພ້ອມໃຈກັນໃຊ້ສິດວີໂຕ້

ສົ່ງຜົນໃຫ້ຍັດຕິນີ້ຖືກຄວ່ຳໄປ ແລະ ນັບເປັນຄວາມແຕກແຍກເທື່ອທຳອິດທີ່ເກີດຂຶ້ນ ນັບຕັ້ງແຕ່ອົງກອນແຫ່ງນີ້ມີການອອກມາດຕະການຄວ່ຳບາດລົງໂທດເກົາຫຼີເໜືອໃນປີ 2006.

ການລົງມະຕິ ມີພຽງ 1 ມື້ ຫຼັງຈາກທີ່ເກົາຫຼີເໜືອທົດສອບຍິງລູກສອນໄຟ 3 ລູກ ໂດຍເຊື່ອວ່າໜຶ່ງໃນນັ້ນຍິງຂ້າມທະວີບຂະໜາດໃຫຍ່ທີ່ສຸດທີ່ເກົາຫຼີເໜືອເຄີຍທົດສອບມາ.

ທ່ານ ລິນດາ ໂທມັສ ກຣີນຟິລ ທູດສະຫະລັດ ປະຈຳຢູເອັນ ກ່າວສະແດງຄວາມຜິດຫວັງຕໍ່ການຕັດສິນໃຈຂອງຈີນ ແລະ ຣັດເຊຍ ໂດຍບອກວ່າ ສະຫະລັດອາເມຣິກາ ຈະບໍ່ເພີກເສີຍຕໍ່ໄພຄຸກຄາມຈາກການທົດສອບລູກສອນໄຟທ້າມທະວີບ ແລະ ການລະເມີດສິດທິມະນຸດຊົນຢ່າງຮ້າຍແຮງໃນເກົາຫຼີເໜືອ.

ຊົມຄລີບ

ທີ່ມາ: ລາວໂພສ

Leave a Reply

Your email address will not be published. Required fields are marked *

Back to top button