ຂ່າວເສົ້າ!.. ຟ້າຜ່າ ເສຍຊີວິດ 1 ເຈັບ 3 ຄົນ

ຟ້າຜ່າ ເສຍຊີວິດ 1 ເຈັບ 3 ຄົນ ໃນເວລາປະມານ 14:30 ໂມງ ຂອງວັນທີ 26 ພຶດສະພາ 2022 ເກີດເຫດຟ້າຜ່າຄົນ ເສຍຊີວິດ 1 ຄົນ ແລະ

ໄດ້ຮັບບາດເຈັບ 3 ຄົນ, ຢູ່ທີ່ບ້ານຫນອງພັງ ເມືອງທ່າແຂກ ແຂວງຄຳມ່ວນ.

ຜູ້ເຫັນເຫດການເລົ່າວ່າ: ທັງ 4 ຄົນ ເປັນຄົນບ້ານຍາງເກົ່າ ເມືອງທ່າແຂກ ໄດ້ພາກັນຂີ່ລົດໄຖ ມາຈາກຫາປາທ່າມກາງຝົນຕົກຟ້າຮ້ອງ ເພື່ອຈະກັບບ້ານ,

ພໍມາຮອດຈຸດເກີດເຫດ ໄດ້ມີຟ້າຜ່າ ລົງກາງລົດໄຖ ເຮັດໃຫ້ມີຜູ້ເສຍຊີວີດທັນທີ 1 ຄົນ ແລະ ບາດເຈັບ 3 ຄົນ.

ຂໍສະແດງຄວາມເສຍໃຈຕໍ່ຄອບຄົວ ແລະ ຍາດຜູ້ເສຍຊີວິດ, ຕໍ່ກັບຜູ້ບາດເຈັບ ແມ່ນຂໍໃຫ້ປອດໄພ.

Leave a Reply

Your email address will not be published. Required fields are marked *

Back to top button