ແມ່ໄປມີຜົວໃໝ່ ແຕ່ຜົວບໍ່ເຮັດບໍ່ຫາລູກຜົວເກົ່າຈຳໃຈໄປຢູ່ປ່າມຸ້ງໝອນກະບໍມີ

ເລື່ອງລາວໜ້າສົງສານແຮງ ສັງຄົມຈະໂທດໃຜດີເດ, ຄືວ່າພໍ່ຂອງເດັກສອງຄົນຕາຍໄປແລ້ວ ແລະແມ່ໄດ້ໄປເອົາຜົວໃໝ່ ແຕ່ຜົວໃໝ່ບໍເຮັດບໍຫາແຖມແຕ່ລະມື້ກິນແຕ່ເຫຼົ້າ ມີແຕ່ໃຊ້ລູກຂອງເມຍແລະຜົວເກົ່າ ໄປຫາເງິນມາໃຫ້ຕົນຊື້ເຫຼົ້າກິນ ສຸດທ້າຍລູກຊາຍທົນບໍ່ໄຫວ ຊວນນ້ອງສາວອອກມານຳກັນໄປປຸກຕູບຢູ່ປ່າອາໄສຢູ່ນຳກັນສອງອ້າຍນ້ອງບາງມື້ກໍ່ບໍມີຮອດເຂົ້າກິນ. ( ເມືອງໄກສອນ ແຂວງສະຫວັນນະເຂດ )

ຕາມການບອກເລົ່າຂອງ ນາງ ຫຼ້າອ້ວນ ຜູ້ໄປພົບເຫັນສອງອ້າຍນ້ອງບອກວ່າ  ຜູ້ອ້າຍໄດ້ພານ້ອງສາວຍ້າຍອອກມາຢູ່ຕາມລຳພັງ ( ອ້າຍປະມານ15ນ້ອງປະມານ8ປີ ) ບ່ອນຢູ່ກໍບໍມີຮອດຝາແອ້ມບໍມີຫຍັງເລີຍ ເຄື່ອງຢູ່ຂອງໃຊ້ກໍເອົາໃສ່ຖົງຢາງຄັອບແຄັບເກາະໄມ້ໄວ້.

,,

ແມ່ຫຼ້າອ້ວນເອງປົກກໍລຳບາກຢູ່ແລ້ວຈິ່ງເອົາມາໂພສລົງກຸ່ມແມ່ລູກອ່ອນ ຂໍຄວາມເມດຕານຳແມ່ໆໃນສີ່ງຂອງທີ່ຈຳເປັນໃຫ້ນ້ອງໆຖືວ່າເອົາບຸນນຳກັນ…ເຊັ່ນ: ຜ້າຫົ່ມເສື້ອກັນຫນາວມຸ້ງຫມອນເກົ່າກໍໄດ້ເຄື່ອງເກົ່າທີ່ບໍໃຊ້ແລ້ວກໍຂໍໃຫ້ສອງອ້າຍນ້ອງເພາະນ້ອງມີສຳ່ທີ່ແມ່ຖ່າຍຮູບນີ້…

ຖ້າຄົນໃດຝາກເຄື່ອງໃຫ້ເພິ່ນກໍ່ຊ່ວຍຈ່າຍຄ່າຝາກເຄື່ອງໃຫ້ນ້ອງເພີ່ນແນ່ເພາະນ້ອງໆບໍ່ມີເງີນເລີຍ ຖ້າຝາກແລ້ວແມ່ນແຈ້ງບີນທາງອີນບ໋ອກໃຫ້ ແມ່ຫຼ້າໃນເຟສບຸກ “ນາງຫລ້າ ອ້ວນ ນາງຫລ້າ ອ້ວນ” ລາວຈະຊ່ວຍເອົາໄປມອບຕໍ່ໃຫ້ ຫຼື ຈະຕິດຕໍ່ຫາລາວເອງ ເພື່ອໃຫ້ລາວພາໄປກໍ່ແຫ່ງດີ

,,

ຫຼ້າສຸດແມ່ຫຼ້າໄດ້ອັບເດດໃນວັນທີ 22 ທັນວານີ້ມີບາງຄົນໂອນໃຫ້ 1 ແສນກີບ ແມ່ຫຼ້າກໍ່ເລີຍເອົາ 50.000 ກີບໄປຊື້ເຂົ້າໃຫ້ສອງອ້າຍນ້ອງ ແລະອີກ 50 ພັນກີບໄວ້ໃຫ້ເຂົາຕິດໂຕ.

ຖ້າມີໃຈດີຢາກຊ່ວຍ ຫລືຝາກເຄື່ອງໄປໃຫ້ ສອງນີ້ ແມ່ນສົ່ງຕາມນີ້ເດີ. ກ່ອນ ສົ່ງໃຫ້ຕິດຕໍ່ ເບີນີ້ກ່ອນ: ຂົນສົ່ງມີໄຊສາຂາຫລັກ7 ຫຼຶ ອຸດົມວີໄລ ເມືອງໄກສອນແຂວງສະຫວັນນະເຂດ. ຊື່ຜູ້ຮັບນາງຫລ້າ. ແຂວງສະຫວັນນະເຂດ 0304925240

Leave a Reply

Your email address will not be published. Required fields are marked *

Back to top button