ໃບປະກາດແດງ ພຽງຄົນດຽວ ຂອງພາກວິຊາ ວິສະວະກໍາສິ່ງແວດລ້ອມ,ມຊ ປະຈໍາປີ 2022 ໄດ້ແກ່ ທ້າວ..

ໃບປະກາດແດງ ພຽງຄົນດຽວ ຂອງພາກວິຊາ ວິສະວະກໍາສິ່ງແວດລ້ອມ, ຄະນະວິສະວະກໍາສາດ ມະຫາວິທະຍາໄລ ແຫ່ງຊາດ ປະຈໍາປີ 2022 ໄດ້ແກ່ ທ້າວ ຣາຊະນາກ ຄຳມະນີວົງ ຈາກ ນະຄອນຫຼວງວຽງຈັນ !

ຣາຊະນາກ ໃຫ້ສໍາພາດ ຕໍ່ທີມງານນັກຂ່າວ Lao Youth Radio FM 90.0 MHz ວ່າ, ຫຼັງຈາກຮຽນຈົບແລ້ວ ຖ້າມີໂອກາດ ກໍຢາກສຶກສາຕໍ່ໃນລະດັບທີ່ສູງຂຶ້ນ ແລະ ຢາກນຳເອົາຄວາມຮູ້ທີ່ໄດ້ຈາກການສຶກສາທີ່ຜ່ານມາ ເຂົ້າໄປໃຊ້ໃນວຽກງານທີ່ກ່ຽວຂ້ອງກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງຄວາມພ້ອມໃນການຮັບມືກັບໄພພິບັດຕ່າງໆ ທີ່ເປັນຜົນມາຈາກການປ່ຽນແປງສະພາບດິນຟ້າອາກາດ.

ສ່ວນເຄັດລັບ ໃນການໄດ້ໃບປະກາດແດງນີ້ມາຄອງ ນ້ອງໄດ້ເລົ່າໃຫ້ຟັງວ່າ ນ້ອງໄດ້ພະຍາຍາມຈັດຕາລາງເວລາໃຫ້ເປັນລະບົບ, ຈັດລຳດັບຄວາມສຳຄັນ ແລະ ຄວາມເລັ່ງດ່ວນຂອງວຽກງານ ອັນໃດຄວນເຮັດກ່ອນ ຫຼື ເຮັດນຳຫຼັງ, ໝັ່ນສຶກສາຫາຄວາມຮູ້ ແລະ ສ້າງທັກສະໃຫມ່ໆໃຫ້ກັບຕົນເອງ ເພື່ອກຽມຄວາມພ້ອມ ໃຫ້ກັບໂອກາດຕ່າງໆທີ່ຈະເຂົ້າມາໃນຊີວິດ. ພ້ອມກັນນັ້ນ ກໍຕ້ອງຮັກສາສຸຂະພາບ ແລະ ພັກຜ່ອນໃຫ້ພຽງພໍ, ເພາະສຸຂະພາບທີ່ດີ ແລະ ການພັກຜ່ອນທີ່ພຽງພໍຈະເຮັດໃຫ້ເຮົາມີສະມາທິໃນການຮຽນ ແລະ ມີສ່ວນຊ່ວຍເພີ່ມຄວາມຄິດສ້າງສັນໃນການເຮັດວຽກຂອງເຮົາ.

ຣາຊະນາກ ກ່າວຕື່ມວ່າ ໃນໄລຍະເວລາການຮຽນ ເຮົາອາດຈະຕ້ອງພົບກັບຄວາມຜິດພາດ ຫລື ຄວາມຫຍໍ້ທໍ້, ສິ່ງເຫລົ່ານັ້ນຖືເປັນເລື່ອງປົກກະຕິ, ຂໍພຽງແຕ່ເຮົາບໍ່ຍອມປະລາໄຊ ແລະ ຮູ້ຈັກປັບປຸງແກ້ໄຂຕົນເອງໃຫ້ດີຂຶ້ນ ເຮົາກໍ່ຈະສາມາດຜ່ານຜ່າອຸປະສັກຕ່າງໆເຫຼົ່ານັ້ນໄປໄດ້.

ຣາຊະນາກ ຂໍຂອບໃຈມາຍັງ ຄູອາຈານທຸກໆທ່ານ ທີ່ໄດ້ສິດສອນວິຊາຄວາມຮູ້ ແລະ ຊີ້ແນະແນວທາງອັນດີໃຫ້, ຄອບຄົວ ທີ່ຍາມໃດກໍຢູ່ຄຽງຂ້າງ ແລະ ສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຕະຫລອດມາ, ໝູ່ເພື່ອນທີ່ຄອຍຊ່ວຍເຫຼືອ ແລະ ຮ່ວມທຸກຮ່ວມສຸກນຳກັນຈົນຮອດປັດຈຸບັນ.

ທ້າຍສຸດ ຣາຊະນາກ ກ່າວວ່າ ແຕ່ລະຄົນລ້ວນແຕ່ມີເປົ້າໝາຍ ແລະ ນິຍາມຂອງຄວາມສຳເລັດທີ່ແຕກຕ່າງກັນ, ຂໍໃຫ້ທຸກທ່ານຕັ້ງໃຈລົງມືເຮັດຕາມເປົ້າຫມາຍຂອງທ່ານ ແລະ ບໍ່ວ່າຄວາມສຳເລັດເຫຼົ່ານັ້ນຈະນ້ອຍ ຫຼື ໃຫຍ່ ຂໍໃຫ້ມີຄວາມພາກພູມໃຈໃນໂຕທ່ານເອງ, ສິ່ງທີ່ສຳຄັນແມ່ນການໄດ້ເຮັດໃນສິ່ງທີ່ເຮົາເຮັດແລ້ວມີຄວາມສຸກ, ພ້ອມທັງນຳເອົາຜົນປະໂຫຍດມາໃຫ້ແກ່ຕົນເອງ, ຄອບຄົວ ແລະ ສັງຄົມ.

ຂໍມູນຈາກ: ທີມງານ FM 90 ລາຍງານ

Leave a Reply

Your email address will not be published. Required fields are marked *

Back to top button