ເກີດອຸບັດເຫດ ລົດໃຫຍ່ປະທະລົດໃຫຍ່ສີ່ແຍກໂຮງໝໍມະໂຫສົດ

ທ່ານ ພັນໂທ ບຸນແອັດ ສຸບົວຈັນ ຮອງພະແນກ ຕຳຫລວດຊີ້ນຳຈະລາຈອນ ເມືອງສີສັດຕະນາກ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນກ່ຽວກັບອຸບັດເຫດລົດໃຫຍ່ ຕຳລົດໃຫຍ່

ຢູ່ສີ່ແຍກໂຮງໝໍມະໂຫສົດນີ້ວ່າ: ເມື່ອ ເວລາປະມານ 23:40 ໂມງ ຂອງວັນທີ 24 ພຶດສະພາ 2022 ມີເຫດລົດໃຫຍ່ຕຳລົດໃຫຍ່ຢູ່ ສີ່ແຍກໂຮງໝໍມະໂຫສົດ

ເມື່ອເຈົ້າໜ້າທີ່ລົງໄປ ກວດກາ ເປັນລົດຟໍຈູນເນີທີ່ມຸ່ງໜ້າມາແຕ່ ເສັ້ນທາງໂຮງແຮມດອນຈັນພາເລດ ພໍມາຮອດ ສີ່ແຍກໂຮງໝໍມະໂຫສົດ ມີລົດກະບະ ມາແຕ່ ເສັ້ນທາງໂຮງໝໍມະໂຫສົດຈະມຸ່ງໜ້າໄປເສັ້ນທາງ ແຄມຂອງ

ມາຮອດຈຸດສີ່ແຍກຕ່າງຝ່າຍຕ່າງບໍ່ ຜ່ອນຄວາມໄວຈຶ່ງເຮັດໃຫ້ເກີດອຸບັດເຫດ ມີຄົນ ໄດ້ຮັບບາດເຈັບເລັກ ໜ້ອຍ 1 ຄົນ, ສ່ວນລົດ ທັງສອງຄັນແມ່ນເປ່ເພຫລາຍຫລາຍສົມຄວນ

.

.

Leave a Reply

Your email address will not be published. Required fields are marked *

Back to top button