ໃຜສົນໃຈ ຢາກໄປເຮັດຢູ່ເກົາຫລີ ແມ່ນ ຕິດຕໍ່ເບີກະຊວງແຮງງານ ນີ້ ເດີ້

ສ.ເກົາຫຼີ ມີຄວາມຕ້ອງແຮງງານລາວ ໃນແຕ່ລະປີຫຼາຍກວ່າ 1.500 ຄົນ

ອີງຕາມແຈ້ງການຂອງກະຊວງການຈ້າງງານ ແລະ ແຮງງານຂອງ ສ.ເກົາຫຼີ, ຊຶ່ງເປັນໂອກາດດີໃຫ້ແກ່ແຮງງານລາວທີ່ຕ້ອງການໄປເຮັດວຽກຢູ່ ສ.ເກົາຫຼີ, ສຳລັບປີ 2022 ມີຄວາມຕ້ອງການແຮງງານລາວ ໃນລະບົບໄລຍະຍາວ 3-5 ປີ (EPS) ຈຳນວນ 500-1.000 ຄົນຕ່ໍປີ ແລະ ລະບົບໄລຍະສັ້ນ 3-6 ເດືອນ (SW) ມີຄວາມຕ້ອງການໃນແຕ່ລະເດືອນຫຼາຍກວ່າ 1.000 ຄົນ.

ໃນວັນທີ 26 ພຶດສະພານີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ສຳພາດຕ່ໍນັກຂ່າວສຳນັກຂ່າວສານວ່າ:

ການໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະບົບ EPS ແມ່ນຈະໄດ້ຮັບເງິນເດືອນປະມານ 1.500$/ເດືອນ (ບໍ່ລວມເຮັດວຽກເພີ່ມໂມງ), ສຳລັບ ຄ່າໃຊ້ຈ່າຍແມ່ນຜູ້ອອກແຮງງານຮັບຜິດຊອບເອງ ລວມທັງໝົດປະມານ 1.100$ ຊຶ່ງປະກອບມີ ຄ່າຮຽນພາສາເກົາຫຼີ, ຄ່າລົງທະບຽນສອບເສັງ, ຄ່າວີຊາແຮງງານ, ຄ່າກວດພະຍາດ, ຄ່າປະກັນໄພ, ຄ່າປີ້ຍົນໄປ (ບໍ່ລວມປີ້ຍົນກັບ ເພາະໄລຍະຍາວບໍ່ສາມາດຄາດຄະເນ່ໄດ້) ແລະ ຄ່າເອກະສານອື່ນໆ.

ການໄປເຮັດວຽກຕາມລະດູການ ແມ່ນຈະໄດ້ຮັບເງິນເດືອນປະມານ 1.570$/ເດືອນ (ບໍ່ລວມເຮັດວຽກເພີ່ມໂມງ), ຖ້າໄລຍະ 5 ເດືອນ ກໍຈະໄດ້ທັງໝົດປະມານ 7.850$, ສໍາລັບຄ່າໃຊ້ຈ່າຍທັງໝົດແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງຊຶ່ງມີປະມານ 2.780$ ເປັນຕົ້ນແມ່ນ ຄ່າໂຄສະນາ ແລະ ບໍລິຫານແຮງງານ, ຄ່າປີ້ຍົນໄປ-ກັບ, ຄ່າຝຶກອົບຮົມກ່ອນການຈັດສົ່ງ ລວມທັງທີ່ພັກ ແລະ ອາຫານ, ກວດສຸຂະພາບກ່ອນການເດີນທາງ, ກວດໂຄວິດ, ວີຊ່າແຮງງານ, ປະກັນໄພ, ຄ່າເອກະສານອື່ນໆ.

ນອກຈາກຄ່າໃຊ້ຈ່າຍດັ່ງກ່າວນັ້ນແລ້ວ ຜູ້ອອກແຮງງານຕ້ອງໄດ້ວາງເງິນມັດຈໍາ ຈໍານວນ 3.000$ ຫຼື ໃບຕາດິນ (ລວມເອງ 2780$+3000$ =5780$..ຕົວເລກອັດຕາອລກມື້ນີ້ ປະມານ 1$=16,000 ກວ່າກີບ…​ອາດຕົກປະມານ 92,​000,000 ກີບ)​ ເພື່ອປ້ອງກັນການລົບໜີຈາກນາຍຈ້າງອອກຈາກແຮງງານ, ຊຶ່ງຈະເປັນພາລະອັນໜັກໜ່ວງຂອງກະຊວງ ຮສສ ແລະ ບໍລິສັດ ທີ່ຈະຕ້ອງໄດ້ຮັບຜິດຊອບ

ເພາະອາດເຮັດໃຫ້ ສປປ ລາວ ຖືກໂຈະ ແລະ ຢຸດການຈັດສົ່ງໄປເຮັດວຽກຢູ່ ສ.ເກົາຫຼີ ໃນກໍລະນີມີແຮງງານລົບໜີຈາກນາຍຈ້າງ ແລະ ບໍ່ກັບຄືນປະເທດ. ສຳລັບ ຜູ້ອອກແຮງງານລາວຜູ້ທີ່ມີອາຍຸ 25-45 ປີສົນໃຈໄປເຮັດວຽກຢູ່ ສ.ເກົາຫຼີ ສາມາດຕິດຕໍ່ພົວພັນນໍາພະແນກຈັດຫາງານໄປຕ່າງປະເທດ,

ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເບີໂທ: 021 217738, 02056499474 (ບໍລິສັດ ສະຫວັນບໍລິການຈັດຫາງານ) ແລະ 02028039811 (ບໍລິສັດ ໄອຈ໋ອບ ຈຳກັດ).

(ຂ່າວສານຮສສ)

Leave a Reply

Your email address will not be published. Required fields are marked *

Back to top button