ຜູ້ຂັບຂີ່ອ່ານໃຫ້ຮູ້ເດີ້!…ສິ່ງທີ່ຕຳຫຼວດຄວນເຮັດກ່ຽວກັບ ການຈັດລະບຽບແຄມທາງ ຕໍ່ຜູ້ຂັບຂີ່ ທີ່ຈອດລະເມີດກົດລະບຽບ

ການຈັດລະບຽບຕາມແຄມທາງ ຫຼື ບ່າທາງ (ຟຸດບາດ) ແມ່ນອໍານວຍຄວາມສະດວກໃນການສັນຈອນໄປ-ມາ ໃຫ້ມີຄວາມສະດວກແກ່ຍານພາຫະນະ ແລະ ຄົນ ເພື່ອບໍ່ໃຫ້ມີສິ່ງກີດຂວາງ; ເຊິ່ງບັນຫາດັ່ງກ່າວນີ້

ແມ່ນໜ້າທີ່ຫຼັກຂອງ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເປັນຜູ້ປະຕິບັດໜ້າທີ່ໃນການຈັດລະບຽບຕາມແຄມທາງ ຫຼື ບ່າທາງ ເພື່ອອໍານວຍຄວາມສະດວກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນໄປ-ມາຂອງຍານພາຫະນະ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ: ສິ່ງທີ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຄວນເຮັດກ່ຽວກັບການຈັດລະບຽບຕາມແຄມທາງ ຕໍ່ກັບການຈັດລະບຽບລົດທີ່ຈອດລະເມີດກົດລະບຽບ-ຈອດບ່ອນທີ່ມີປ້າຍຫ້າມຈອດ, ຈອດຜິດທາງ, ຈອດລົດໃກ້ທາງສາມແຍກ,

ສີ່ແຍກ, ຈອດລົດຢູ່ທາງໂຄ້ງ, ທາງຄ້ອຍ, ທາງຄົນຍ່າງ ຫາກວ່າໜ່ວຍງານຈັດລະບຽບພົບເຫັນການລ່ວງລະເມີດດັ່ງກ່າວ ເຈົ້າໜ້າທີ່ຈະລາຈອນ ຕ້ອງໄດ້ເອີ້ນຜູ້ຂັບຂີ່ມາສຶກສາອົບຮົມກ່າວເຕືອນ, ຖ້າຮ້າຍແຮງໄປກວ່ານັ້ນ ແມ່ນຈະໄດ້ປະຕິບັດຕາມລະບຽບ.

ບັນດາຊາວຄ້າ-ຂາຍທີ່ຂາຍເຄື່ອງຕາມແຄມທາງ, ຂາຍເທິງຟຸດບາດ ຫຼື ບ່ອນທີ່ຫ້າມຂາຍ, ເຈົ້າໜ້າທີ່ຈະລາຈອນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ ຫາກບຸກຄົນໃດສ້າງສິ່ງກີດຂວາງໄວ້ແຄມຖະໜົນ ເຊັ່ນ: ປະກອງດິນ, ຊາຍ, ໄມ້ ຫຼື ສິ່ງກີດຂວາງອື່ນໆ ທີ່ເປັນສາເຫດໃຫ້ການສັນຈອນແອອັດ ຕ້ອງໄດ້ຍົກຍ້າຍສິ່ງກີດຂວາງດັ່ງກ່າວ ອອກພາຍໃນ 24 ຊົ່ວໂມງ.

ການຈັດລະບຽບຕາມເສັ້ນທາງຄົນຍ່າງ, ບຸກຄົນ ຫຼື ນິຕິບຸກຄົນ ຫາກໄດ້ສ້າງສິ່ງກີດຂວາງ ເຊັ່ນ: ຕໍ່ເຖີບ, ຕໍ່ເງີບ ຫຼື ນໍາໃຊ້ບ່າທາງເປັນບ່ອນຄ້າຂາຍ ທີ່ເຮັດໃຫ້ທາງຄົນຍ່າງສັບສົນ ຈະຖືກສຶກສາອົບຮົມກ່າວເຕືອນ, ຖ້າຫາກມີການລະເມີດຮ້າຍແຮງເປັນອາຈິນ ຕ້ອງໄດ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ.

ນອກນີ້, ວຽກງານປະຈໍາປ້ອມ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ປະຕິບັດໜ້າທີ່ປະຈໍາປ້ອມ ຕ້ອງສັງເກດການບ່ອນທີ່ຕົນຮັບຜິດຊອບ ເຊັ່ນ:

ສັງເກດນັກຂັບຂີ່ທີ່ມີການລະເມີດລ່ວງໄຟແດງ, ຍຽບທາງມ້າລາຍ, ບໍ່ໃສ່ໝວກກັນກະທົບ, ດັດແປງສະພາບເຕັກນິກລົດ ແລະອື່ນໆ ທີ່ເຫັນວ່າລະເມີດຕໍ່ກົດລະບຽບຈາລະຈອນ; ຕ້ອງສັງເກດເບິ່ງລະບົບໄຟອໍານາດວ່າ ເປີດໃຊ້ງານປົກກະຕິ ຫຼື ບໍ, ຕິດຕາມ, ກວດກາລະບົບປ້າຍສັນຍານ, ປ້າຍຫ້າມ, ປ້າຍເຕືອນ ແລະອື່ນໆ, ຖ້າຫາກເຫັນວ່າ ມີການເປ່ເພ ຫຼື ເກີດຂັດຂ້ອງ

ຕ້ອງລາຍງານຕໍ່ພາກສ່ວນກ່ຽວຂ້ອງໃຫ້ທັນເວລາ; ຫາກໄດ້ຍິນສຽງຂະບວນລົດອະພິສິດ ຫຼື ສັນຍານໂຟນີ ເຈົ້າໜ້າທີ່ປະຈໍາປ້ອມ ຕ້ອງວ່ອງໄວລົງຈາກປ້ອມ ເພື່ອໄປປະຕິບັດໜ້າທີ່ໃຫ້ແກ່ຂະບວນດັ່ງກ່າວ ໃຫ້ມີຄວາມສະດວກ ແລະ ປອດໄພ.

ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວຕື່ມອີກວ່າ: ສະເພາະການແຕ່ງກາຍ ແລະ ທັດສະນະການປາກເວົ້າຂອງເຈົ້າໜ້າທີ່ ໃນເວລາປະຕິບັດໜ້າທີ່ ຕ້ອງໃສ່ເຄື່ອງແບບຄົບຊຸດທີ່ຂັ້ນເທິງເບີກຈ່າຍໃຫ້ຕາມເຫຼົ່າຮົບ ເຊັ່ນ:

ການໃສ່ໝວກ, ໃສ່ສາຍຫັດ, ໃສ່ເສື້ອສະທ້ອນແສງ; ນອກຈາກນີ້, ການນຸ່ງຖືຕ້ອງເປັນລະບຽບ, ສະອາດຈົບງາມ. ທີ່ສໍາຄັນຕໍ່ກັບທັດສະນະຂອງເຈົ້າໜ້າທີ່ ໃນການປະຕິບັດໜ້າທີ່ ຕ້ອງມີອັດທະຍາໃສທີ່ດີ,

ເວົ້າຈາສຸພາບ, ເຄົາລົບຕໍ່ນັກຂັບຂີ່ ແລະ ປະຊາຊົນ, ຕ້ອງໃຊ້ຄໍາເວົ້າທີ່ເໝາະສົມ, ສຸພາບໃນເວລາຂໍກວດກາເອກະສານ ຫຼື ແນະນໍາລະບຽບການຕ່າງໆໃຫ້ແກ່ນັກຂັບຂີ່.

Leave a Reply

Your email address will not be published. Required fields are marked *

Back to top button