ແມ່ເກືອບຊ໋ອກ! ເມື່ອລູກຕຳເອົາຮູບປັ້ນ ເທເລທັບບີ້ແຕກ

ເຫດການດັງຈາກຮ່ອງກົງ ທີ່ເດັກນ້ອຍໄດ້ມີການຕຳເອົາຮູບປັ້ນ ເທເລທັບບີ້ແຕກ…ທີ່ມີມູນຄ່າເຖິງ 52,800$ ຕົກເປັນເງິນກີບຢູ່ລາວໆປະມານ ເກືອບ 900 ລ້ານກີບ

ເຊິ່ງເຫດການດັ່ງກ່າວເກີດການທົບຖຽງກັນທາງອອນລາຍຫຼາຍ ວ່າເປັນຫຍັງຖ້າມູນຄ່າສູງຂະໜາດນັ້ນ ຈື່ງຕ້ອງບໍ່ມີຮົ້ວກັ້ນ? ຫຼື ໄວ້ໃນຕູ້ໂຊວ

ແຕ່ດ້ວຍຄວາມທີ່ແມ່ເອງບໍ່ມັກເລື່ອງຈື່ງໄດ້ມີການຊຳລະເງິນ ເຊິ່ງທາງຮ້ານໃຫ້ບັດສ່ວນລົດ -30%

ແຕ່ທາງແມ່ເອງກໍ່ບໍ່ພໍໃຈແລະບໍ່ອອກຄຳເຫັນຫຍັງໃນຮ້ານຫຼັງເຈລະຈາເລື່ອງລາຄາ, ນອກຈາກຂໍເອົາພາບຈາກກ້ອງວົງຈອນມາເປີດສູ່ທາງອອນລາຍວິພາກວິຈານຕາມູວາມຄິດເຫັນແຕ່ລະຄົນ, ເພາະແມ່ຍັງຢືນຢັນວ່າລູກບໍ່ໄດ້ເຈດຕະນາຕຳເລີຍ ພຽງເປັນການແລ່ນດາດຮູບປັ້ນກໍ່ລົ້ມງ່າຍຂະໜາດນັ້ນເລີຍ ? ແຖມມາຕັ້ງທາງເຂົ້າອີກ?

ເຫດການນີ້ເປັນອຸທາຫອນໃຫ້ພໍ່ແມ່ຫຼາຍຄົນຄວນໃສ່ໃຈລູກຢ່າງຍິ່ງຂະນະທີ່ພາໄປສະຖານທີ່ສາທາລະນະຫຼືຮ້ານຄ້າຕ່າງໆ

ແອັດເຫັນລະງົດພາລູກຫຼານເລາະກ່ອນຊ່ວງນິ ນ້ຳມັນແຮງແພງ ຢ່າຫາຕຳເຄື່ອງເຂົາຕົກຕື່ມເດີ້

Cr: World forum ข่าวสารต่างประเทศ

Leave a Reply

Your email address will not be published. Required fields are marked *

Back to top button