ອຸຕຸເຕືອນ !.. ແຕ່ລະແຂວງນີ້ ​ ເຝົ້າລະວັງຝົນຕົກຟ້າຮ້ອງຟ້າເຫຼື້ອມ​ ໝາກເຫັບ​ຕົກ​ ແລ​ະ​ ລົມພັດແຮງໃນແຕ່ລະພາກ

ອຸຕຸເຕືອນ​ 13-16​ ເມສານີ້​ ເຝົ້າລະວັງຝົນຕົກຟ້າຮ້ອງຟ້າເຫຼື້ອມ​ ໝາກເຫັບ​ຕົກ​ ແລ​ະ​ ລົມພັດແຮງໃນແຕ່ລະພາກ

ກົມອຸຕຸ​ນິຍົມ​ ແລະ​ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 10 ຫາ 16 ເມສາ 2023​ ວ່າ:

ໃນໄລຍະວັນທີ 10 ຫາ 12 ເມສານີ້ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ເຂດພາກເໜືອດ້ານ

ຕາເວັນອອກຂອງປະເທດລາວດ້ວຍກຳລັງອ່ອນ, ສ່ວນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຄວາມກົດດັນຕໍ່າຂອງອາກາດຮ້ອນ ສົມທົບກັບລົມຕາເວັນຕົກພັດປົກຄຸມ ຊື່ງຈະເຮັດໃຫ້ອາກາດຈະຮ້ອນ ຫາຮ້ອນເອົ້າ,

ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະທ້າຍອາທິດແຕ່ວັນທີ 13 ຫາ 16 ເມສາ 2023 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ​ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ຫາ ພາກກາງ ແລະ ກະແສລົມຕາເວັນອອກສ່ຽງໃຕ້ປົກຄຸມ,

ຊື່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນແຕ່ລະພາກ​ ໂດຍສະເພາະໃນໄລຍະຕອນບ່າຍຫາຄໍ່າ.

ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ ໂດຍສະເພາະສະພາບລົມແຮງ,

ຟ້າເຫຼື້ອມຟ່າຜ່າ ແລະ ໝາກເຫັບຕົກ ທີ່ຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນທີ່ມີຄ່າ​ຂອງທ່ານ.

Leave a Reply

Your email address will not be published. Required fields are marked *

Back to top button