ທ່ານ​ໄບ​ເດັນ ກ່າວ​ຕໍ່​ບັນ​ດາ​ຜູ້​ນຳ​ວ່າ ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ‘ແມ່ນ​ບັນ​ຫາ​ຂອງ​ໂລກ’

ບັນ​ດາ​ຜູ້​ນຳ​ຂອງອອ​ສ​ເຕ​ຣ​ເລຍ ອິນ​ເດຍ ຍີ່​ປຸ່ນ ແລະ​ສ​ະ​ຫະ​ລັດ ພົບ​ປະ​ກັນ​ໃນ​ວັນ​ອັງ​ຄານມື້ນີ້ ທີ່​ນະ​ຄອນ​ຫຼວງ​ໂຕ​ກຽວ ດ້ວຍ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຊຸກ​ຍູ້​ສົ່ງ​ເສີມ​ ເຂດ​ອິນ​ໂດ​-ປາ​ຊີ​ຟິກ ​ທີ່​ເສ​ລີ​ແລະ​ເປີດກວ້າງ ຮັບ​ມື​ກັບ​ການ​ປ່ຽນ​ແປງຂອງດິນ​ຟ້າ​ອາ​ກາດ ແລະ​ຮ່ວມ​ມື​ກັນ​ໃນ​ການ​ຕອບ​ໂຕ້​ຕໍ່​ໂຣກ​ລະ​ບາດ​ໂຄວິດ-19.

ໃນ​ການ​ຖະ​ແຫຼງ​ລະ​ຫວ່າງ​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ​ພັນ​ທະ​ມິດ​ທີ່​ບໍ່​ເປັນ​ທາງ​ການ ຊຶ່ງ​ຮູ້​ກັນ​ໃນ​ນາມ​ກຸ່ມ​ຄວດ (Quad) ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ວ່າ ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ​ຕໍ່​ປະ​ເທດ​ຢູ​ເຄ​ຣນ “ບໍ່​ພຽງ​ແຕ່ເປັນ​ບັນ​ຫາ​ຂອງ​ຢູ​ໂຣບ ມັນ​ເປັນ​ບັນ​ຫາ​ຂອງ​ໂລກ.”

ທ່ານ​ກ່າວວ​ວ່າ ຫຼັກການ​ຂອງ “ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​ອະ​ທິ​ປະ​ໄຕ ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ສິດ​ທິ​ມະ​ນຸດ ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຢູ່​ສະ​ເໝີ ບໍ່​ວ່າ​ມັນ​ຈະ​ຖືກ​ລ່ວງ​ລະ​ເມີດ​ຢູ່​ບ່ອນ​ໃດ​ໃນ​ໂລກ.”

ສ່ວນນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ຍັງ​ໄດ້​ກ່າວ​ເຖິງ​ບັນ​ຫາ​ຂັດ​ແຍ້ງນີ້ ໃນ​ຄຳ​ປາ​ໄສ​ເປີດກອງ​ປະ​ຊຸມ ໂດຍ​ເວົ້າ​ວ່າ “ພວກ​ເຮົາ​ຈະ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ເລື້ອງ​ແບບນີ້ ເກີດ​ຂຶ້ນ​ຢູ່​ໃນ​ຂົ​ງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ.”

ໃນ​ຂະ​ນະ​ທີ່​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ຂອງ​ກຸ່ມ​ຄວດ ໄດ້​ປະ​ນາມ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ​ແລະ​ກໍ​ໄດ້​ທຳ​ການ​ລົງ​ໂທດ​ໄປ​ແລ້ວ ແຕ່​ອິນ​ເດຍ​ຍັງ​ບໍ່​ທັນ​ໄດ້​ດຳ​ເນີນ​ການ​ເທື່ອ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ​ບໍ່​ໄດ້​ເວົ້າ​ເຖິງ​ບັນ​ຫາ​ຂັດ​ແຍ້ງ​ດັ່ງ​ກ່າວ ໃນ​ຄຳ​ປາ​ໄສ​ເປີດກອງ​ປະ​ຊຸມ​ຂອງ​ທ່ານ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອານ​ບາ​ນີ​ສ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ອິນ​ຟ້າ​ອາກາດ ໂດຍ​ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ຈະ​ເອົາ “ມາດ​ຕະ​ການ​ທີ່​ສຳ​ຄັນໆ.”

ທ່ານ​ອາ​ນ​ບາ​ນີ​ສ​ເວົ້າ​ວ່າ “ພວກ​ເຮົາ​ຈະ​ດຳ​ເນີນ​ການ​ເພື່ອ​ເປັນ​ການ​ຮັບ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດນັ້ນ​ວ່າ ເປັນ​ບັນ​ຫາທ້າ​ທາຍໃຫຍ່​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ຄວາມ​ໝັ້ນ​ຄົງ​ຕໍ່​ບັນ​ດາ​ປະ​ເທດ​ເກາະ​ດອນ​ຕ່າງໆ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.”

ກອງ​ປະ​ຊຸມ​ສຸດຍອດ​ໃນ​ເທື່ອນີ້ແມ່ນ​ຄັ້ງ​ທີ​ສອງ​ທີ່​ມີ​ການ​ພົບ​ປະ​ກັບ​ແບບ​ເຊິ່ງ​ໜ້າ​ພາຍ​ໃນ​ເວ​ລາ​ບໍ່​ຮອດ ​ນຶ່ງ​ປີ.

ທ່ານ​ໄປ​ເດັນ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເອ​ເຊຍ​ເທື່ອ​ທຳ​ອິດ​ຂອງ​ທ່ານ ຫຼັງ​ຈາກ​ໄດ້​ຢ້ຽມ​ຢາມ​ເກົາ​ຫຼີ​ໃຕ້​ແລ້ວ.

ໃນ​ມື້​ວັນ​ຈັນ​ວານນີ້ ທ່ານ​ໄບ​ເດັນ​ໄດ້​ເປີດ​ໂຕ​ຂໍ້​ລິ​ເລີ້ມ​ທາງ​ດ້ານ​ການ​ຄ້າ​ໃນ​ເຂດ​ເອ​ເຊຍ-ປາ​ຊີ​ຟິກທີ່​ປະ​ກອບ​ດ້ວຍ 13 ປະ​ເທດ ຮວມ​ທັງ​ອິນ​ເດຍ ຍີ່​ປຸ່ນ ແລະ​ເກົາ​ຫຼີ​ໃຕ້.

Leave a Reply

Your email address will not be published. Required fields are marked *

Back to top button