ດ່ວນ!..ນ້ຳຖ້ວມ-ດິນເຈື່ອນ ຢູ່ອິນເດຍ ມີຜູ້ເສຍຊີວິດ 25 ຄົນ

ຂປລ.ສຳນັກ​ຂ່າວ ຣອຍ​ເຕີ,ວັນ​ທີ24 ​ພຶດສະພາ​ນີ້,​ເກີດ​ນ້ຳ​ຖ້ວມ​ ກະທັນຫັນ ​ແລະ ດິນ​ເຈື່ອນ​ ໃນ​ລັດ ອັດ​ສຳ(Assam) ທາງ​ຕາ​ເວັນອອກ ​ສ່ຽງ​ເໜືອ ​ຂອງ​ອິນ​ເດຍ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 25ຄົນ ​ແລະ

ປະຊາຊົນ ຕ້ອງ​ຍົກຍ້າຍ ອອກ​ຈາກ​ເຮືອນ​ ຫລາຍ​ກວ່າ 650.000ຄົນ ​ໃນ​ໄລຍະ 10ວັນ ​ຜ່ານ​ມາ ຫລັງ​ຈາກ​ ນ້ຳ​ໃນ​ແມ່​ນ້ຳ ພຣົມມະ​ບຸດ ຊຶ່ງ​ເປັນ​ ແມ່ນ້ຳ ຂະໜາດ​ໃຫຍ່ ທີ່ສຸດ ໃນໂລກ ໄຫລຜ່ານ ທິເບດ, ອິນເດຍ ແລະ ບັງກລາ​ເທດ

​ໄດ້​ລົ້ນ ​ແຄມ​ຝັ່ງ ​ໄຫລ​ເຂົ້າຖ້ວມ ​ໝູ່​ບ້ານ 1.800 ​ກວ່າແຫ່ງ​ ຂອງ​ 26​ ​ເຂດ ​ໃນລັດ​ດັ່ງກ່າວ .ຂະນະ​ນີ້ ລະດັບ​ນ້ຳ​ ຖ້ວມ​ຂັງ ​ເລີ່​ມຫລຸດ​ລົງ​ແລ້ວ ມີ​ລາງ​ລົດ​ໄຟ​ ບາງ​ສ່ວນ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ ຈາກ​ເຫດ​ນ້ຳ​ຖ້ວມ ລວມທັງ ຖະໜົນ,​ເຮືອນ​ປະຊາຊົນ​ ​ແລະ ອາຄານ​ ຫລາຍ​ແຫ່ງ​ ຂອງ​ລັດ​ອັດ​ສຳ.

ປັດຈຸບັນ ​ເຈົ້າໜ້າ​ທີ່​ ກ່ຽວຂ້ອງ​ ໄດ້​ເປີດ​ສູນ ຊ່ວຍ​ເຫລືອ ​ຜູ້​ປະສົບ​ໄພ​ ນ້ຳ​ຖ້ວມ 366ຈຸດ ທົ່ວ20​ເຂດ ​ຂອງ​ລັດ ​ເພື່ອ​ໃຊ້​ ເປັນ​ບ່ອນ ​ພັກ​ອາ​ໄສ​ ຊົ່ວຄາວ ​ໃຫ້​ແກ່​ ປະຊາຊົນ 95.000ຄົນ./.(ພາກ​ຂ່າວ: ຕ່າງປະ​ເທດ)ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ທີ່ມາ: ປະເທດລາວ

Leave a Reply

Your email address will not be published. Required fields are marked *

Back to top button