ອຸຕຸແຈ້ງເຕືອນ!..ລະວັງຝົນຕົກໜັກ ໄລຍະ 11 ຫາ 17 ເມສານີ້

ອຸຕຸແຈ້ງເຕືອນລະວັງຝົນຕົກໜັກ, ພາຍຸທ້ອງຖິ່ນທີ່ຈະເກີດຂຶ້ນໄລຍະ 15 ຫາ 17 ເມສານີ້ ໃນແຕ່ລະພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ເມສາ 2022 ໂດຍມີຄຳເຕືອນເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ-ຟ້າເຫຼື້ອມໃນວັນທີ 15 ຫາ 17 ເມສາ 2022 ຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ທຸກພາກຂອງປະເທດລາວ

ດ້ວຍກຳລັງອ່ອນ ຫາ ປານກາງ, ພ້ອມດຽວກັນ ສອງຂະບວນລົມ ລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມພາກເໜືອແລະ ລົມຕາເວັນຕົກພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາປານກາງ ແລະ ຕົກໜັກ

ເປັນບາງໂອກາດ ແລະ ພ້ອມຈະເກີດມີລົມພາຍຸທ້ອງຖິ່ນ, ຟ້າຜ່າ ແລະ ໝາກເຫັບຕົກ ເປັນບາງໂອກາດຢູ່ໃນ ແຕ່ລະພາກ.ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ,

ຟ້າຮ້ອງ-ຟ້າເຫຼື້ອມ ແລະ ຟ້າຜ່າ, ລົມພາຍຸທ້ອງຖີ່ນ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.

Leave a Reply

Your email address will not be published. Required fields are marked *

Back to top button