ໄບ​ເດັນ ເວົ້າ​ວ່າ ສະ​ຫະ​ລັດ ຈະສົ່ງທະຫານໄປ ​ປ້ອງ​ກັນ​ໄຕ້​ຫວັນ ຖ້າ​ຈີນ​ ບຸກ​ລຸກ

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ວ່າ​ສະ​ຫະ​ລັດ ຈະ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ເຂົ້າ​ແຊກ​ແຊງ​ເພື່ອ​ປ້ອງ​ກັນ​ໄຕ້​ຫວັນ ຖ້າ​ຈີນ​ທຳ​ການ​ບຸກ​ລຸກ, ເຊິ່ງຄຳ​ເຫັນ​ຄັ້ງຫຼ້າ​ສຸດ​ຂອງ​ທ່ານ ໄບ​ເດັນ ໄດ້​ສ້າງ​ຄວາມ​ສົງ​ໄສ​ ຕໍ່​ນະ​ໂຍ​ບາຍ​ທີ່​ມີ​ມາ​ຍາວ​ນານ​ຂອງ ສະ​ຫະ​ລັດ ກ່ຽວ​ກັບ “ແຜນ​ການ​ທີ່​ຄຸມ​ເຄືອ” ໃນ​ບັນ​ຫາ​ທີ່​ວ່າ​ນັ້ນ.

ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, ທ່ານ ໄບ​ເດັນ ໄດ້​ຖືກ​ຖາມ​ວ່າ ສະ​ຫະ​ລັດ ຈະ​ມີ​ຄວາມ​ຍິນ​ດີ “ເພື່ອ​ມີ​ສ່ວນ​ຮ່ວມ​ທາງ​ທ​ະ​ຫານ​ເພື່ອ​ປ້ອງ​ກັນ​ໄຕ​ຫວັນຫຼືບໍ່,” ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ບໍ່​ຍິນຍອມ​ຂອງວໍ​ຊິງ​ຕັນ​ທີ່​ຈະ​ເຮັດ​ແນວ​ນັ້ນ ລຸນຫຼັງ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ.

ທ່ານ ໄບ​ເດັນ, ໄດ້​ຕອບ​ໂດຍບໍ່​ໄດ້​ອະ​ທິ​ບາຍ ກ່ຽວ​ກັບ ເຫດ​ຜົນ​ໃນການ​ປ້ອງ​ກັນ ໄຕ້​ຫວັນ​ໂດຍ​ສະ​ຫະ​ລັດ ວ່າ “ແມ່ນ​ແລ້ວ. ນັ້ນ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ທີ່​ພວກ​ເຮົາ​ໄດ້​ເຮັດ.”

ມັນ​ແມ່ນ​ສິ່ງ​ປາ​ກົດ​ວ່າ​ເປັນ​ການ​ເຄື່ອນ​ໄຫວ​ຄັ້ງຫຼ້າ​ສຸດ​ຂອງ​ທ່ານ ໄບ​ເດັນ ທີ່​ຈະ​ຫຍັບ​ຫ່າງ​ອອກ​ຈາກວິທີ​ການ “ຍຸດ​ທະ​ສາດ​ທີ່​ຄຸມ​ເຄືອ” ທີ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້​ປະ​ຕິ​ບັດ​ມາ​ດົນ​ນານ​ເມື່ອ​ເວົ້າ​ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ຂອງ​ຈີນ​ທີ່​ຈະ​ບຸກ​ລຸກ​ໄຕ້​ຫວັນ.

ໃນ​ການ​ຕອບ​ໂຕ້​ນັ້ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ໄດ້​ຕອບ​ກັບ​ວ່າ ປັກ​ກິ່ງ ບໍ່​ມີ​ພື້ນ​ທີ່​ ສຳ​ລັບ​ການ​ປະ​ນີ​ປະ​ນອມ ຫຼື ການ​ຍິນຍອມ ກ່ຽວ​ກັບ ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ.

ທ່ານ ໄບ​ເດັນ ໄດ້​ໃຫ້​ຄຳ​ເຫັນ​ທີ່​ຄ້າຍ​ຄື​ກັນ​ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ. ໃນ​ທັງ​ສອງ​ເຫດ​ການ​ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ຄຳ​ເວົ້າ​ຂອງ​ທ່ານ ໄບ​ເດັນ ຢ່າງວ່ອງ​ໄວ.

ເຈົ້າ​ໜ້າ​ທີ່​ທຳ​ນຽ​ບ​ຂາວ​ທ່ານ​ນຶ່ງ​ໄດ້​ກ່າວ​ຫຼັງ​ຈາກ​ນັ້ນໃນ​ວັນ​ຈັນ​ມື້ນີ້​ວ່າ “ດັ່ງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ນັ້ນ, ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ ​ແມ່ນບໍ່​ໄດ້​ປ່ຽນ​ແປງ. ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງ​ນະ​ໂຍ​ບາຍ​ຈີນ​ດຽວ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ​ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ທົ່ວ​ຊ່ອງ​ແຄບ​ໄຕ້​ຫວັນ.”

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ, ແນວ​ໃດ​ກໍ່​ຕາມ, ບໍ່​ໄດ້ກ່າວ​ຄືນ​ຄຳ​ເວົ້າ​ຂອງ​ທ່ານ ໄບ​ເດັນ ກ່ຽວ​ກັບ ການ​ປ້ອງ​ກັນ​ໄຕ້​ຫວັນ.

ຈີນ, ເຊິ່ງ​ແມ່ນ​ລັດ​ຜະ​ເດັດ​ການ​ພັກ​ການ​ເມືອງ​ດຽວ, ​ໄດ້​ພິ​ຈາ​ລະ​ນາ​ໄຕ້​ຫວັນ​ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕ​ ເປັນແຂວງ​ທີ່​ແຕກ​ອອກ​ໄປ ແລະ ໄດ້​ປະ​ຕິ​ຍານ​ມາ​ດົນ​ນານ​ວ່າ​ຈະ​ຍຶດ​ເອົາ​ມັນ​ຄືນ, ດ້ວຍ​ການ​ໃຊ້​ກຳ​ລັງ, ຖ້າ​ມີ​ຄວາມ​ຈຳ​ເປັນ. ໃນບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານມາ, ປັກ​ກິ່ງ ໄດ້​ສົ່ງ​ເຮືອ​ບິນ​ລົບຫຼາຍ​ລຳບິນໄປ​ໃກ້​ເກາະ​ດັ່ງ​ກ່າວ.

ໃນ​ນະ​ຄອນຫຼວງ ໂຕ​ກຽວ, ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ ຈີນ ແມ່ນ​ກຳ​ລັງ “ຫຼິ້ນ​ກັບ​ອັນ​ຕະ​ລາຍ,” ແຕ່​ເວົ້າ​ວ່າ​ທ່ານບໍ່​ຄາດ​ວ່າ​ຈີນ​ຈະ​ໃຊ້​ກຳ​ລັງ​ເພື່ອ​ພະ​ຍາ​ຍາມ​ຍຶດ​ເອົາ​ໄຕ້​ຫວັນ, ໂດຍ​ສະ​ເພາະ​ຖ້າ​ໂລກ​ລຸກ​ຂຶ້ນ​ຕໍ່​ສູ້​ກັບ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ.

ຊົມຄລີບ ການຖະແຫລ່ງຂ່າວພາກຕົວຈິງຂອງໃບເດນ

Leave a Reply

Your email address will not be published. Required fields are marked *

Back to top button