ລູກຊາຍ ຂາຍ ດີນແມ່ ຈົນຫມົດ!..ຖີ້ນແມ່ຢູ່ຄົນດຽວ ຍູ້ລົດຂາຍເຂົ້າຫນົມຫາລ້ຽງຊີບພຽງຄົນດຽວ

ເຫັນແມ່ຕູ້ຊີວິດລຳບາກ ຈໍາເປັນຕ້ອງຍູ້ລົດເຂັນ ຍ່າງເລາະຂາຍເຂົ້າຫນົມລ້ຽງຕົນເອງ ຮູ້ຊື່ວ່າ ນາງ ສະໄມ ບູນຣາມ, ອາຍຸ 89 ປີ,

ໂດຍ ແມ່ຕູ້ ສະໄມ, ຂາຍມັນຫນຶ້ງ ແລະ ເຂົ້າໜົມຫວານ, ຍ່າງເຂັນລົດຈາກບ້ານອອກຈາກເທດສະບານເມືອງ ໄລຍະທາງກັບຄືນແມ່ນປະມານ 10 ກິໂລແມັດ

ເຮັດແບບນີ້ປະຈໍາວັນຈົນກ່ວາມັນກາຍເປັນສິ່ງທີ່ຄຸ້ນເຄີຍ. ເຮັດໃຫ້ຊາວບ້ານສົງສານ ແລະປະທັບໃຈທີ່ແມ່ຕູ້ ມີອາຍຸຫຼາຍແລະ ຫລັງຄ່ອມ

ແຕ່ຍັງສູ້ຊີວິດໂດຍບໍ່ຍອມແພ້, ສະນັ້ນ ຈຶ່ງມາຊ່ວຍອຸກຫນູນແມ່ຕູ້ຢູ່ສະເໝີ ແລະ ຖ້າມື້ໃດມາບໍ່ທັນແມ່ຕູ້ ຍູ້ລົດເຂັນຜ່ານ, ພວກເຂົາຈະຂີ່ລົດຈັກໄປຫາເພື່ອຊ່ວຍສະຫນັບສະຫນູນລາວ

ນາງ ສະໄມ ເປີດເຜີຍວ່າ: ຕົນເອງຢູ່ຄົນດຽວມາໄດ້ 30 ກວ່າປີແລ້ວ, ພາຍຫຼັງຜົວຕາຍໄປ ແລະ ລູກຊາຍກໍ່ເອົາດີນທີ່ມີທີ່ເຄີຍປູກສ້າງ ແລະ ເຮືອນທຸກຢ່າງມີ ຂາຍຫມົດ ແລ້ວໜີອອກຈາກດິນ, ລູກຊາຍກໍ່ປະຖິ້ມແມ່ຢູ່ຄົນດຽວ,

ແມ່ຕູ້ຈື່ງບໍ່ມີທີ່ອາໄສ ເລີຍຕັດສີນໃຈໄປເຊົ່າເຮືອນຢູ່..ແລະ ແມ່ຕູ້ວ່າໄດ້ແຕ່ໄຫ້ຈົນບໍ່ມີນ້ຳຕາ ແລະ ເສຍໃຈ ທີ່ມີລູກແບບນີ້

ຫລັງຈາກລູກຊາຍຫນີໄປແລ້ວແມ່ຕູ້ກໍ່ຫມົດຫົນທາງ ສະນັ້ນ ລາວຈຶ່ງຕັດສີນໃຈເຮັດອາຫານວ່າງເພື່ອຫາລ້ຽງຊີບ ແລະ ຈະສືບຕໍ່ເຮັດຈົນມື້ສຸດທ້າຍຂອງຊີວິດ. ເພາະບໍ່ຢາກເປັນພາລະໃຫ້ໃຜ ປະຈຸບັນໄດ້ເຊົ່າເຮືອນໃນລາຄາຖືກ 500,000 ກີບຕໍ່ເດືອນ

ແລະ ລາຍຮັບໄດ້ຈາກການຂາຍອາຫານຫວ່າງມື້ລະ 200,000-250,000 ກີບ ( ເພາະສ່ວນຫລາຍແມ່ນໄດ້ຂາຍດີຍ້ອນມີຜູ້ອີຕົນຫລາຍເລີຍມາສະຫນັບສະຫນູນແມ່ຕູ້ໂດຍບໍ່ຢຸດ ) ແມ່ນພຽງພໍກັບການດຳລົງຊີວິດ.

ແລະ ແມ່ຕູ້ຍັງໄດ້ກ່າວ່າ ໃນອັນທີ່ລາວຕ້ອງການໃນທ້າຍຊີວິດ, ແມ່ຕູ້ຍັງກ່າວວ່າ, ຢາກມີເຮືອນນ້ອຍເພື່ອບໍ່ໃຫ້ມີເຮືອນເຊົ່າ

Leave a Reply

Your email address will not be published. Required fields are marked *

Back to top button