ຖຽງກັບໝູ່ເລື່ອງແຕງໂມ ນິດາ ບໍ່ຊະນະ ອາລະວາດຫ້ອງໝູ່ ແລ້ວໂດດຕຶກເສຍຊີວິດ

ວັນທີ່ 4 ມີນາ 2022 ເມື່ອເວລາ 00.30 ນາທີ ຮ້ອຍໂທ ສຸຊາດ ລາດສະດຸດດີ ໄດ້ຮັບແຈ້ງມີຜູ້ຕົກຈາກທີ່ສູງເສຍຊີວິດ ພາຍໃນອາຄານພັກອາໃສແຫ່ງຫນື່ງ ຖະໜົນລາດພ້າວ ຊອຍ 48 ແຍກ 3 ແຂວງສາມແສນນອກ ເຂດຫ້ວຍຂວງ ຈື່ງລຸດໄປກວດສອບ

ພ້ອມຝ່າຍສືບສວນ ເຈົ້າຫນ້າທີ່ກອງພິສູດຫລັກຖານ ແພດນິຕິເວດ ໂຮງຫມໍລາມາທິບໍດີ ແລະ ອາສາສະມັກມູນນິທິປໍເຕັກຕຶ້ງ.ທີ່ເກີດເຫດເປັນອາພາດເມັ້ນ ສູງ 7 ຊັ້ນ ບໍລິເວນທີຈອດລົດຈັກ ຂ້າງອາຄານ 1 ພົບສົບຊາຍ 1 ຄົນ ຮູ້ຊື່ຕໍ່ມາຄື ທ້າວ ພິສິດໄຊ ເປັ່ງທອງ ອາຍຸ 20 ປີິ

ຊາວແຂວງສີສະເກດ ໃສ່ເສື້ອຢືດແຂນສັ້ນສີເທົາ ນຸ່ງໂສ້ງຂາສັ້ນສີນ້ຳຕານ ສະພາບຄາງແຕກ ຂາຊ້າຍຫັກຜິດຮູບ ເຈົ້າຫນ້າທີ່ໄດ້ປິດກັ້ນບໍລິເວນທີ່ເກີດເຫດ ເພື່ອປ້ອງກັນຜູ້ບໍ່ກ່ຽວຂ້ອງເຂົ້າພື້ນທີ ພ້ອມນຳລົດໄຟສ່ອງແສງສະຫວ່າງມາອຳນວຍຄວາມສະດວກ ກ່ອນເລັງລັດສຳຫຼວດສະພາບສົບເບື້ອງຕົ້ນ ແລະ

ໃຫ້ຫນ່ວຍອາສາກູ້ໄພນຳຮ່າງໄປສັນນິສູດຢ່າງລະອຽດທີ່ສະຖານບັນນິຕິເວດ ໂຮງຫມໍລາມາທິບໍດີ ໃນທັນທີ.ຈາກການສອບສວນຮູ້ວ່າ ກ່ອນເກີດເຫດເມື່ອເວລາປະມານ 17.00 ນາທີ ທີ່ຜ່ານມາ ຜູ້ຕາຍໄດ້ເດີນທາງມາຫາທ້າວບິກ ເພື່ອນຊາຍຄົນສະນິດຊື່ງເປັນເຈົ້າຂອງຫ້ອງພັກເທີງຊັ້ນ 4 ເປັນພະນັກງານຄວບຄຸມລະບົບຂົນສົ່ງສິນຄ້າຂອງບໍລິສັດເອກະຊົນແຫ່ງຫນື່ງ

ແຕ່ປະຈຸບັນເຮັດວຽກແບບເວີກຟອມໂຮມ ໂດຍເຈົ້າຂອງຫ້ອງແລະຜູ້ຕາຍຮູ້ຈັກກັນຜ່ານໂຊຊ້ຽວມາໄດ້ປະມານ 2-3 ເດືອນ ແລະນັດເຈີທີ່ຫ້ອງດົນໆເທື່ອ.ຈາກການສອບປາກຄຳທ້າວບິກເລົ່າວ່າ ກ່ອນເກີດເຫດຊວນທ້າວ ພິສິດໄຊ ຜູ້ເສຍຊີວິດມາຫາ ແຕ່ສັງເກດວ່າຄັ້ງນີ້ ມີອາການເຄັ່ງຄຽດຜິດປົກກະຕິ ເວົ້າເຖິງປະເດັນການເສຍຊີວິດຂອງ ແຕງໂມ ນິດາ ດາຣາສາວທີ່ຕົກເຮືອເມື່ອວັນທີ່ 24 ຜ່ານມາ

ຕະຫຼອດເວລາຈົນເກີດການໂຕ້ຖຽງກັນ ຜູ້ເສຍຊີວິດຖຽງສູ້ບໍໄດ້ຈື່ງກໍ່ເຫດທຸບທຳຮ້າຍເຄື່ອງຂອງໃນຫ້ອງສຽງດັງອຶກກະທຶກ ດ້ວຍຄວາມໂມໂຫເປັນຕາຢ້ານ ຈົນໂຕເອງຕ້ອງຫນີເຂົ້າໄປຂັງໂຕໃນຫ້ອງນ້ຳກ່ອນອາບນ້ຳລະງັບສະຕິອາລົມ ພໍສຽງມິດໂຕເອງກໍ່ໄດ້ອອກຈາກຫ້ອງນ້ຳກໍ່ພົບວ່າ

ຫມູ່ໄດ້ໂດດຈາກລະບຽງຫລັງຫ້ອງກະແທກພື້ນເສຍຊີວິດໄປແລ້ວ.ເບື້ອງຕົ້ນພະນັກງານສອບສວນຢູ່ລະຫວ່າງສອບປາກຄຳພະຍານແວດລ້ອມໂດຍສະເພາະເພື່ອນຫ້ອງຂ້າງຄຽງເພີ່ມເຕີມ ຫລັງຈາກທີ່ຈະເລັ່ງເຊີນຍາດພີ່ນ້ອງມາໃຫ້ປາກຄຳຫາສາເຫດວ່າ ຜູ້ຕາຍມີປະຫວັດຮັກສາໂຕດ້ວຍອາການທາງປະສາດຫລືເສບຢາເສບຕິດນຳບໍ່

ນອກຈາກນີ້ຍັງຕ້ອງກວດສອບສະພາບຈາກກ້ອງວົງຈອນປິດພິສູດຄວາມສອດຄອງກັບຄຳໃຫ້ການທຸກຝ່າຍ ກ່ອນນຳຜົນການສັນນະສູດສົບສະຫຼຸບຫາສາເຫດທີ່ແທ້ຈິງແລະດຳເນີນການຕາມກົດຫມາຍຕໍ່ໄປ

Leave a Reply

Your email address will not be published. Required fields are marked *

Back to top button